ປະຊາຊົນລາຍງານໃຫ້ຮູ້ວ່າ ໃນວັນທີ 21 ກຸມພາ 2021 ເກີດເຫດ ງົວຂອງປະຊາຊົນ ຖືກໄຟຟ້າ ຊ໋ອດຕາຍຄາທີ່ ຢູ່ສວນໝາກໂມ ຂອງຄົນຈີນ ທີ່ມາສໍາປະທານ. ເຊິ່ງ
ເຫດການນີ້ໄດ້ສ້າງຄວາມວິຕົກກັງວົນ ແກ່ປະຊາຊົນ ເພາະເປັນງົວໂຕທີ່ສອງແລ້ວ ທີ່ຕາຍຍ້ອນໄຟຟ້າຊ໋ອດ. ໂຊກດີທີ່ບໍ່ແມ່ນຄົນ. ຈິ່ງຢາກຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງໄດ້
ລົງມາກວດກາ ວ່າການກະທໍາແບບນີ້ແມ່ນເໝາະສົມແລ້ວບໍ່? ເປັນຫຍັງບໍ່ເຮັດຮົ້ວ ຖ້າຕ້ອງການປ້ອງກັນບໍ່ໃຫ້ສັດເຂົ້າຮົ້ວສວນຂອງຕົນ. ການເອົາສາຍໄຟຟ້າ ກັ້ນແບບນີ້ ຈະ
ບໍ່ສາມາດເບິ່ງເຫັນໄດ້ ແລະເປັນອັນຕະລາຍທັງຄົນແລະສັດ.ຈຸດເກີດເຫດແມ່ນ ບ້ານໂພນສີດາ ເມືອງກາສີ ແຂວງວຽງຈັນ.