8 ສິ່ງທ້າທາຍໃນການບໍລິຫານຈັດການຂີ້ເຫຍື້ອຢູ່ນະຄອນຫຼວງວຽງຈັນ

    0
    97

    ການບໍລິຫານຈັດການຂີ້ເຫຍື້ອໃນນະຄອນຫຼວງວຽງຈັນ (ນວ) ຖືວ່າຍັງມີສິ່ງທ້າທາຍຫຼາຍຢ່າງ ໂດຍໃນ 9 ຕົວເມືອງ ສາມາດເຂົ້າບໍລິການໄດ້ພຽງ 27%; ຂະນະທີ່ປະຊາຊົນສ່ວນໃຫຍ່ຍັງຖິ້ມແບບຊະຊາຍ, ມັກຈູດ ເພື່ອກໍາຈັດຂີ້ເຫຍື້ອດ້ວຍຕົວເອງ.ທ່ານ ບຸນປະກອບ ພົມຫາລາດ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ລາຍງານກ່ຽວກັບການບໍລິຫານຈັດການຂີ້ເຫຍື້ອຢູ່ ນວ ເມື່ອບໍ່ດົນຜ່ານມານີ້ ວ່າ: ພາບລວມຂອງ ນວ ປະກອບມີ 9 ຕົວເມືອງຄື: ເມືອງຈັນທະບູລີ, ສີໂຄດຕະບອງ, ສີ

    ສັດຕະນາກ, ໄຊເສດຖາ, ຫາດຊາຍຟອງ, ນາຊາຍທອງ, ໄຊທານີ, ປາກງື່ມ ແລະ ເມືອງສັງທອງ ມີ 481 ບ້ານ, 173.840 ຄອບຄົວ, ມີປະຊາກອນ 927.731 ຄົນ. ເຂດບໍລິການເກັບຂີ້ເຫຍື້ອເຂົ້າເຖິງໃນປີ 2019 ຈາກ 481 ບ້ານ ມີສັນຍາຂີ້ເຫຍື້ອ 47.242 ຄອບຄົວ; ບໍ່ມີສັນຍາຂີ້ເຫຍື້ອ 104.205 ຄອບຄົວ ຫຼື ເທົ່າກັບ 31,2%, ຈຳນວນເຂົ້າບໍລິການຄິດເປັນ 27,2% ແລະ ຈໍານວນຄົວເຮືອນທີ່ເຂດບໍລິການຍັງເຂົ້າບໍ່ເຖິງ 133 ບ້ານ, 22.393 ຄອບຄົວ ແລະ ຄາດຄະເນ ການຜະລິດຂີ້ເຫຍື້ອແຕ່ລະປີ 2012-2019 ດັ່ງຕາຕະລາງລຸ່ມນີ້.

    ພ້ອມດຽວກັນນີ້, ຄາດຄະເນການເພີ່ມຂຶ້ນຂອງຂີ້ເຫຍື້ອຢູ່ ນວ ປີ 2030 ຈະເພີ່ມຂຶ້ນເຖິງ 1,6 ລ້ານໂຕນຕໍ່ປີ ເຊິ່ງຂີ້ເຫຍື້ອສ່ວນໃຫຍ່ຈະເປັນປະເພດ ຂີ້ເຫຍື້ອອໍການິກ ກວມ 59,12%, ພລາສຕິກ 11,02%, ແກ້ວ 7,29%, ເຈ້ຍ 7,02%, ໂຟມ 3,32% ແລະ ຂີ້ເຫຍື້ອປະເພດອື່ນໆກວມ 12,53% (ອີງຕາມຜົນວິເຄາະປີ 2014), ສາມາດຂົນສົ່ງເຂົ້າໄປຖິ້ມໃນສະໜາມຂີ້ເຫຍື້ອ ສະເລ່ຍຕໍ່ວັນ ແລະ ຕໍ່ປີ ແຕ່ປີ 2012-2019 ດັ່ງຕາຕະລາງລຸ່ມນີ້

    ໃນນີ້ມີພາຫານະຂົນສົ່ງຂີ້ເຫຍື້ອ ລວມທັງຂອງລັດ ແລະ ເອກະຊົນ ທັງໝົດ ທີ່ນໍາມາໃຊ້ໃນການຂົນສົ່ງຂີ້ເຫຍື້ອ 129 ຄັນ ຄື: ລົດອັດແໜ້ນຂີ້ເຫຍື້ອ 59 ຄັນ, ລົດດາມດັດແປງ 52 ຄັນ, ລົດແກ່ຕູ້ຄອນເທນເນີ 16 ຄັນ ແລະ ລົດຂົນຂີ້ເຫຍື້ອໂຮງໝໍ 2 ຄັນ.ທ່ານ ບຸນປະກອບ ພົມຫາລາດ ໃຫ້ຮູ້ຕື່ມວ່າ: ດ້ານສິ່ງທ້າທາຍໃນການບໍລິຫານຈັດການຂີ້ເຫຍື້ອ ຢູ່ ນວ ປະກອບມີ:

    1) ປະລິມານການເຮັດສັນຍາ ບໍລິການຂົນສົ່ງຂີ້ເຫຍື້ອທົ່ວ ນວ ມີພຽງແຕ່ 27% ຂອງຈຳນວນຄົວເຮືອນ ແລະ ຍັງບໍ່ທັນໄດ້ເຂົ້າຮ່ວມເຮັດສັນຍາ 73%; 2) ປະຊາຊົນສ່ວນໃຫຍ່ຍັງຖິ້ມແບບຊະຊາຍ ແລະ ຈູດ ເພື່ອກຳຈັດດ້ວຍຕົວເອງ ເຊິ່ງກໍໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມຂອງຕົວເມືອງ ແລະ ສຸຂະພາບຂອງປະຊາຊົນ; 3) ວິທີການຈັດເກັບຂີ້ເຫຍື້ອ ຍັງເປັນແບບກະແຈກກະຈາຍ ຫລື ເລາະເກັບຕາມຄົວເຮືອນ ເຊິ່ງເຮັດໃຫ້ສິ້ນເປືອງຄ່າໃຊ້ຈ່າຍສູງ

    4) ຂີ້ເຫຍື້ອທຸກປະເພດໄດ້ຖືກຖິ້ມລວມກັນ, ເທດສະບານ ຍັງບໍ່ທັນມີກົນໄກ ໃນການຄັດແຍກຂີ້ເຫຍື້ອຢູ່ຈຸດກຳເນີດ. ສະນັ້ນ, ເຮັດໃຫ້ປະລິມານຂີ້ເຫຍື້ອຢູ່ສະໜາມບຳບັດຂີ້ເຫຍື້ອເພີ່ມຂຶ້ນໂດຍບໍ່ຈຳເປັນ ແລະ ເຮັດໃຫ້ເສຍປະໂຫຍດທາງດ້ານເສດຖະກິດ;5) ສະໜາມຂີ້ເຫຍື້ອຫຼັກ 32 ຍັງເປັນສະໜາມ ທີ່ບໍ່ທັນຖືກສຸຂະອະນາໄມ. ດັ່ງນັ້ນ, ຂີ້ເຫຍື້ອທີ່ຖືກຖິ້ມ ແລະ ຝັງກົບຢູ່ສະໜາມຂີ້ເຫຍື້ອ ແມ່ນຖືກຖີ້ມຢ່າງບໍ່ເໝາະສົມ, ການຟື້ນຟູສະໜາມຂີ້ເຫຍື້ອຄືນໃໝ່ມີຄວາມຈໍາເປັນ ແລະ ມີຄວາມສຳຄັນຫຼາຍ.6) ສະຖານທີ່ບໍາບັດ/ຄັດແຍກຂີ້ເຫຍື້ອທີ່ເຮັດໂດຍຊຸມຊົນ ຫລື ເມືອງຍັງບໍ່ທັນມີ ເພື່ອຫຼຸດ ຜ່ອນຂີ້ເຫຍື້ອບາງປະເພດເຊັ່ນ: ຂີ້ເຫຍື້ອອິນຊີ, ພລາສຕິກ, ແກ້ວ ແລະ

    7) ເທດສະບານຍັງບໍ່ມີນະໂຍບາຍ ຫລື ສິ່ງອຳນວຍຄວາມສະດວກໃດໆ ທີ່ຈະຊຸກຍູ້ໃນການລິເລີ່ມຫັນປ່ຽນສິ່ງເສດເຫຼືອໃຫ້ມາເປັນຊັບພະຍາກອນທີ່ມີຄຸນຄ່າ. ສະນັ້ນ, ມັນຍາກທີ່ຈະສົ່ງເສີມຫຼັກການ 3R (ນຳໃຊ້ຄືນໃໝ່, ການແປຮູບ, ຫຼຸດຜ່ອນ) ຢູ່ໃນຂັ້ນເມືອງ8) ງົບປະມານໃຊ້ຈ່າຍໃນການຈັດຕັ້ງປະຕິບັດວຽກງານສ່ວນໃຫຍ່ ແມ່ນໄດ້ມາຈາກການເກັບຄ່າບໍລິການຂົນສົ່ງຂີ້ເຫຍື້ອ ແລະ ຄ່າສະໜາມບຳບັດຂີ້ເຫຍື້ອ ເຊິ່ງມັນຍັງບໍ່ພຽງພໍກັບການໃຊ້ຈ່າຍທັງໝົດ ຍ້ອນຈຳນວນຄົວເຮືອນເຂົ້າເຮັດບໍລິການຍັງຢູ່ໃນລະດັບຕໍ່າ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.