ຜາໜາມໄຊ ຈຸດຊົມວິເມືອງວັງວຽງ ຂຶ້ນໄປເຕັມແຕ່ເສດຂີ້ເຫຍື້ອຂອງນັກທ່ອງທ່ຽວ ທີ່ກິນແລ້ວຖີ້ມຊະຊາຍ ທ່ານ ອິນທີ ເດືອນສະຫວັນ ເຈົ້າທຸລະກິດກ່ຽວກັບການທ່ອງທ່ຽວ
ໄດ້ໂພສພາບຂີ້ເຫຍື້ອທີ່ຖືກຖີ້ມຊະຊາຍ ຢູ່ຜາໜາມໄຊ ເຊິ່ງເປັນຈຸດຊົມວິວໜຶ່ງຂອງເມືອງວັງວຽງ, ແຂວງວຽງຈັນ ລົງເຟສບຸກສ່ວນຕົວ ແລະ ລະບຸວ່າ: ເຫັນທຸກຄັ້ງກະບາດ
ຈັກທຸກເທື່ອ, ຂ້າພະເຈົ້າກໍ່ພະຍາມຢາກຖາມຜູ້ທີ່ຖີ້ມເສດຂີ້ເຫຍື້ອຊະຊາຍຈຳນວນນີ້ຢູ່ວ່າພວກເຂົາບໍ່ເຫັນເລີຍບໍ່ວ່າມັນບໍ່ງາມຕາ, ມັນທຳລາຍສະພາບແວດລ້ອມ… ທັງເຮັດ
ໃຫ້ແຫລ່ງທຳມະຊາດທີ່ງາມຕາກາຍເປັນພາບພົດທີ່ໂຄດຕິດລົບ.ຂ້າພະເຈົ້າເຂົ້າໃຈວ່າຈຳນວນຄົນທີ່ມາທ່ຽວ ອົດສາຍ່າງ ຂຶ້ນພູຫຍຸ້ງຍາກ, ລຳບາກ ເພື່ອຂຶ້ນໄປເບິ່ງວິວຄວາມ
ງາມ ອາລັງການຂອງທຳມະຊາດ, ພວກເຂົາຫລົງໄຫລໃນຄວາມງາຂອງທຳມະຊາດ ແຕ່ ເປັນຫຍັງ ພວກເຂົາຈຶ່ງຖິ້ມຂີ້ເຫຍື້ອແບບບໍ່ມີຄວາມຮັບຜິດຊອບຕໍ່ສະຖານທີ່.
ຜູ້ສຳປະທານກະຄວນລິເລີ່ມຕິດປ້າຍ, ຈັດສັນບ່ອນຖິ້ມຂີ້ເຫຍື້ອ ແລະ ແນະນຳຜູ້ໄປທ່ຽວ, ຜູ້ໄປທ່ຽວ ກໍ່ທ່ຽວດ້ວຍຄວາມຮັບຜິດຊອບ ຕໍ່ຊຸມຊົນ ແລະ ສິ່ງແວດລ້ອມ.
ສຽງສະທ້ອນຈາກ Inty Dounsavanh