ໃນຕອນເຊົ້າຂອງວັນທີ 21 ກຸມພາ 2021 ນີ້ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ໄປປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຫລື(ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ຢູ່ໜ່ວຍປ່ອນບັດທີ 20 ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ.ບ້ານຫນອງບອນ ມີ
ພົນລະເມືອງທັງໝົດ 1.543 ຄົນ, ເປັນຍິງ 813 ຄົນ. ມີຜູ້ມີສິດປ່ອນບັດທັງໝົດ 1.285 ຄົນ, ຍິງ 711 ຄົນ.ເຂດເລືອກຕັ້ງທີ 1ນະຄອນຫຼວງວຽງຈັນ ມີຈຳນວນ
ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ຈຳນວນ 23 ທ່ານ (ຍິງ 6 ທ່ານ) ເລືອກເອົາ 18 ທ່ານ; ຜູ້ສະໝັກສະມາຊິກສະພາປະຊາຊົນ ນະຄອນຫຼວງ
ວຽງຈັນຊຸດທີ II ຈຳນວນ 49 ທ່ານ(ຍິງ12ທ່ານ)ເລືອກເອົາ35 ທ່ານ. ມີໜ່ວຍເລືອກຕັ້ງທັງໝົດ 839 ໜ່ວຍ, ຜູ້ມີສິດເລືອກຕັ້ງທັງໝົດ 600.469 ຄົນ(ຍິງ 304.669 ຄົນ).
ທີ່ມາ:Lao National Radio