ໃນຕອນເຊົ້າຂອງວັນທີ 21 ກຸມພາ 2021 ພະນະທ່ານ ຄຳໄຕ ສີພັນດອນ ອາດີດປະທານພັກ,ອາດີດປະທານປະເທດ ຮ່ວມປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດ
IX ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ II ທີ່ມະຫາວິທະຍາໄລ ຈຳປາສັກ ໃຫ້ກຽດຕ້ອນຮັບໂດຍທ່ານ ສົມມາດ ພົນເສນາ ກຳມະການ ສູນກາງພັກ ລັດຖະມົນຕີ
ກະຊວງ ຊັບພະຍາກອນ ແລະ ສີ່ງແວດລ້ອມ. ທ່ານ ປອ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເຈົ້າແຂວງໆ ຈຳປາສັກ ພ້ອມດ້ວຍການນຳຂອງແຂວງ, ນະຄອນ,
ອາດິດການນຳຂອງແຂວງ, ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ທັງ 20 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ
II 6ທ່ານ ແລະ ຄູ,ອາຈານ,ນັກສືກສາ ໃນມະຫາວິທະຍາໄລ ຈຳປາສັກເຂົ້າຮ່ວມ
ພາບ,ຂ່າວ ຈັນທອນ ກົມໄຊຊະນະ