ວັນທີ 20 ກຸມພາ 2021 ນີ້ໜ່ວຍບ່ອນບັດເລືອກຕັ້ງ ທີ 7 ບ້ານຫ້ວຍພະລາມ ໄດ້ສ້າງຂະບວນການອອກແຮງລວມຢູ່ບ້ານຫ້ວຍພະລາມ ເຊິ່ງນໍາພາໂດຍທ່ານ ບຸນມີ ຈັນທະວົງ ກໍາມະການພັກເມືອງ ຫົວໜ້າທິມງານຄະນະຮັບຜິດຊອບບັ້ນເລືອກຕັ້ງ ມີອໍານາດການປົກຄອງບ້ານ ພໍ່ແມ່ປະຊາຊົນເຂົ້າຮ່ວມທັງໝົດ 80 ກວ່າຄົນ, ຍິງ 50 ກວ່າຄົນ.
ທ່ານ ບຸນມີ ຈັນທະວົງຫົວໜ້ສຄະນະຮັບຜິດຊອບບັ້ນເລືອກຕັ້ງໄດ້ເວົ້າວ່າ: ການສ້າງຂະບວນການອອກແຮງງານລວມໃນຄັ້ງນີ້ ແມ່ນໄດ້ພ້ອມພຽງກັນເກັບມຽ້ນຂີ້ເຫຍື້ອບໍລິເວນ
ອ້ອມຮອບບ້ານ, ຂຸດດິນຖົມທາງບ່ອນທີ່ຂຸມ, ເປັນຮ່ອງ ເພື່ອປ້ອງກັນການເຊາະເຈື່ອນຂອງທໍາມະຊາດໃນລະດູຝົນ.ທັງນີ້ກໍ່ເພື່ອເປັນການສ້າງຂະບວນການເພື່ອຂໍ່ນັບຮັບຕ້ອນ
ວັນບຸນສໍາຄັນຕ່າງຽ ຂອງພັກຂອງຊາດເວົ້າລວມ ເວົ້າສະເພາະ ກໍ່ຄືວັນບ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ Ii ທີ່ຈະມາເຖິງນີ້ ແລະ ເພື່ອເປັນການສ້າງຄວາມສາມັກຄີກັບອໍານາດການປົກຄອງ ພໍ່ແມ່ປະຊາຊົນ ໃຫ້ແໜ້ນເເຟ້ນຂື້ນກວ່າເກົ່າ.