ວັນຈັນ:ການງານ ລະວັງຄວາມຜິດພາດເພາະການບໍ່ມີປະະສົບການ ຫລືຈະຕ້ອງຮຽນຮູ້ປະສົບການໃໝ່ໆ ສະເໝີໃນການແກ້ບັນຫາທີ່ຈະສົ່ງຜົນຕໍ່ຄວາມລ່າຊ້າຕ່າງໆ ຄວາມດຸໝັ່ນ ການເດິນທາງ ການປ່ຽນແປງ ການໂຍກຍ້າຍຕ່າງໆ ຈະເຮັດກໍ່ໃຫ້ເກີດຄວາມສຳເລັດ ການເງີນ ການບໍລິຫານຈັດການທາງດ້ານການເງີນກໍຖືວ່າຍັງພໍສ້າງຄວາມຫມັ້ນຄົງໄດ້ດີຢູ່ພໍສົມຄວນ ຄວາມຮັກ ຖ້າຈະພົບໃຜໃນຊ່ວງນີ້ທີ່ຈະມີເຂົ້າມາ ທ່ານເປັນຄົນເກັ່ງ ມີຄວາມສາມາດ ໃຈຮ້ອນ ສ້າງສັນ ຊຶ່ງເຈົ້າຊະຕາຈະຖຶກໃຈໃນຕົວທ່ານຢູ່ເປັນຢ່າງຫຼາຍ
ວັນຄານ:ການງານ ສະຖານນະການຕ່າງໆ ຍັງຕ້ອງໃຊ້ຄວາມພະຍາຍາມໃນເລື່ອງຂອງການວາງແຜນ ການຄິດ ການພິຈາລະນາໃນເລື່ອງລາວ ຫລືລະບົບການງານທີ່ເຈົ້າຊະຕາຕ້ອງວາງແຜນການເຮັດວຽກງານໃຫ້ຮອບຄອບທີ່ສຸດ ການເງີນ ລະວັງໃນເລື່ອງຂອງການໃຊ້ຈ່າຍດ້ານການເງີນໃນຊ່ວງນີ້ ມີເຫດຕ້ອງຊ່ວຍເຫລືອບໍລິວານຢູ່ ຄວາມຮັກ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈໃນຊ່ວງນີ້ ທ່ານເປັນຄົນເກັ່ງ ມີຄວາມສາມາດ ມີຄວາມຊັດເຈນ
ວັນພຸດ:ການງານ ຖ້າຈະຕ້ອງມີການເຈລະຈາກັບຜູ້ໃຫຍ່ ຫລືການເຈລະຈາໃດໆ ຈະກໍ່ໃຫ້ເກີດຜົນດີີ ມີໂຊກ ແລະຄວາມສຳເລັດ ການເງີນ ມີຄວາມກັງວົນໃຈໃນການໃຊ້ຈ່າຍ ມີການວາງແຜນການໃຊ້ຈ່າຍທີ່ດີ ແຕ່ພາລະທາງດ້ານການເງີນກໍຍັງມີຫລາຍນັ້ນເອງ ຄວາມຮັກ ມີໂອກາດທີ່ໝູ່ຈະແນະນຳໃຜບາງຄົນໃຫ້ຮູ້ຈັກກັນກໍເປັນໄປໄດ້ ແຕ່ເປັນການເບິ່ງໆ ກັນໄປຫລາຍກວ່າທີ່ຈະຕັດສິນໃຈ
ວັນພະຫັດ:ການງານ ລະວັງຄວາມໃຈຮ້ອນ ລະວັງຄວາມຜິດພລາດໃນການລົງທຶນ ຄວນມີທີ່ປຶກສາທີ່ດີຈຶ່ງຈະດີໃນເລື່ອງການເຮັດທຸລະກິດ ແຕ່ຊ່ວງນີ້ຄວນສຶກສາໄປກ່ອນ ການເງີນ ມີດວງໃນການສ່ຽງໂຊກຢູ່ ສ່ຽງໂຊກໄວ້ແດ່ກໍຈະດີ ແຕ່ເປັນໂຊກນ້ອຍໆ ນ້ອຍໆ ທີ່ຈະເຮັດໃຫ້ດີໃຈ ຄວາມຮັກ ຖ້າຈະພົບໃຜໃນຊ່ວງນີ້ທີ່ມີເຂົ້າມາ ທ່ານຈະເປັນຄົນອາຍຸຫລາຍກວ່າ ທ່ານເປັນຄົນໃຈດີ ສຸຂຸມອ້ອມຄອບ ເວົ້າຈາດີ ແລະເປັນຄົນເກັ່ງ ມີຄວາມສາມາດ
ວັນສຸກ:ການງານ ຈະເຮັດຫຍັງໃນຊ່ວງນີ້ຈະຕິດຂັດ ແຕ່ສຸດທ້າຍກໍຈະພົບກັບຄວາມສຳເລັດ ເພາະມີຄວາມດຸໝັ່ນ ແລະຈິງຈັງ ການເງີນ ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປໃນຊ່ວງນີ້ ມີໂອກາດຊື້ຫາສິ່ງຂອງທີ່ຕົນເອງຢາກໄດ້ມາດົນເຂົ້າມາໃນຊ່ວງນີ້ ຄວາມຮັກ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈ ໂດຍທີ່ໝູ່ແນະນຳໃຫ້ຮູ້ຈັກກັນ ແຕ່ໄລຍະທາງຍັງເປັນເລື່ອງສຳຄັນ ເພາະຕ້ອງເດິນທາງມານັ້ນເອງ
ວັນເສົາ:ການງານ ຈະເຮັດຫຍັງກໍມີຄວາມກ້າວໜ້າ ມີຄວາມສຳເລັດ ຈະຈັບທຸລະກິດສິ່ງໃດກໍຈະເປັນເງີນເປັນທອງໄປທຸກຢ່າງ ການເງີນ ຄວນໃຊ້ຄວາມປະຢັດເອົາໄວ້ຈະດີທີ່ສຸດ ເປັນຫົນທາງທີ່ດີທີ່ສຸດໃນການວາງແຜນການໃຊ້ຈ່າຍຢ່າງອ້ອມຄອບ ຄວາມຮັກ ຍັງບໍ່ມີເລື່ອງກັງວົນ ຫລືເລື່ອງຄວາມທຸກໃດໆ ແຕ່ຖ້າຈະພົບໃຜໃນຊ່ວງນີ້ ທ່ານເປັນຄົນເກັ່ງ ມີຄວາມສາມາດ ໂດດເດັ່ນໃນສັງຄົມເປັນຢ່າງຫລາຍ
ວັນອາທິດ:ການງານ ທຸລະກິດການງານທີ່ກ່ຽວຂ້ອງກັບທີ່ດິນ ທຸລະກິດການງານທີ່ຕ້ອງໃຊ້ຄວາມສາມາດສະເພາະຕົວ ຈະປະສົບຄວາມສຳເລັດ ການເງີນ ມີໂຊກຈະໄດ້ເງີນ ຊຶ່ງໄດ້ຈາກຄວາມສາມາດຂອງເຈົ້າຊະຕາທີ່ຈະໄດ້ເຂົ້າມາໃນຊ່ວງນີ້ນັ້ນເອງ ຄວາມຮັກ ໄດ້ພົບຄົົນທີ່ມີຄວາມຫມັ້ນໃຈໃນຕົນເອງ ທ່ານຈະນຳຄວາມສຸກບາງຢ່າງມາສູ່ເຈົ້າຊະຕາກໍເປັນໄປໄດ້ໃນຊ່ວງນີ້