ແຫລ່ງຂ່າວຈາກແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ວັນທີ 17 ກຸມພາ ຜ່ານມາ, ທ່ານ ຄຳໄຫລ ສີປະເສີດ ເຈົ້າແຂວງຫລວງນ້ຳທາ, ພ້ອມດ້ວຍຫົວໜ້າພະແນກການ ແລະ ສອງກອງບັນຊາການ ປກຊ-ປກສ ໄດ້ລົງກວດກາສູນຈຳກັດບໍລິເວນ 14 ວັນ ແລະ ໂຮງແຮມຫ່ວງຈິ່ງ. ເພື່ອການກວດກາກ່ຽວກັບການເຝົ້າລະວັງ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ແລະ ເປັນການກະກຽມຄວາມພ້ອມ, ຄວາມເປັນລະບຽບຮຽບຮ້ອຍກ່ຽວ ກັບບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຊຸດທີ II.ຈາກນັ້ນ, ທ່ານ ເຈົ້າແຂວງຫລວງນໍ້າທາ ແລະ ຄະນະ ກໍໄດ້ລົງກວດກາສະຖານທີ່ເຂດເລືອກຕັ້ງທີ 1 ເມືອງຫລວງນໍ້າທາ ເຊິ່ງປະກອບມີ 98 ໜ່ວຍ, ມີ
ພົນລະເມືອງ 61.709 ຄົນ, ຍິງ 31.630 ຄົນ, ຜູ້ມີສິດປ່ອນບັດ 37.947 ຄົນ ຍິງ 19.429 ຄົນ ແລະ ໜ່ວຍເລືອກຕັ້ງທີ 15 ບ້ານຫລວງ ໂດຍມີຜູ້ມີສິດປ່ອນບັດ 1.118 ຄົນ, ຍິງ 583 ຄົນ, ໄລຍະຜ່ານມາໄດ້ໂຄສະນາໃຫ້ແກ່ການກະກຽມບັ້ນເລືອກຕັ້ງດ້ວຍວິທີການເປີດຄິບໂຄສະນາຜ່ານໂທລະໂຄ່ງຂອງບ້ານທຸກເຊົ້າ-ແລງ ແລະ ໄດ້ທັງລະດົມປະຊາຊົນຜູ້ທີ່ມີສິດໃຫ້ມາໃຊ້ສິດເລືອກຕັ້ງໃຫ້ໄດ້ 100% ແລະ ມາຮອດປະຈຸບັນມີຄວາມພ້ອມແລ້ວ 100%.
ຂ່າວ: ກິ່ນນາລົມ