ຈາກການລາຍຂອງຫນັງສືພິມເສດຖະກິດການຄ້າ ອີງຕາມແຈ້ງການສະບັບເລກທີ 0119/ອຄ.ກຄພນ ລົງວັນທີ 19/02/2021 ກະຊວງອຸດສະຫະກຳ ແລະ ການຄ້າ ໄດ້
ມີການປັບລາຄານໍ້າມັນຂື້ນ ໃນຂອບເຂດທົ່ວປະເທດເລີ່ມປະຕິບັດ ວັນທີ 20/02/2021 ເວລາ 6 ໂມງເຊົ້າ.
ໂດຍລາຄາປັບໃໝ່ນີ້ ແອັດຊັງພິເສດ ປັບຂຶ້ນ 380 ກີບຕໍ່ລິດ; ແອັດຊັງທໍາມະດາ ປັບຂຶ້ນ 270ກີບຕໍ່ລິດ ແລະ ກາຊວນ ປັບຂຶ້ນ 270 ກີບຕໍ່ລິດ. ທັ້ງນີ້ ລາຄາໃໝ່ນີ້ ໃຫ້ເລີ່ມຈັດຕັ້ງປະຕິບັດ ເວລາ 6:00 ໂມງເຊົ້າ ຂອງວັນທີ 20 ກຸມພາ 2021 ເປັນຕົ້ນໄປ.
ຂ່າວຈາກ: ຫນັງສືພິມເສດຖະກິດການຄ້າ