ສະຫວັນນະເຂດລາຍງານ: ວັນທີ 18/02/2021 ເວລາ 01:24 ນາທີ ຕອນເດີກ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າມີ ອຸບັດຕິເຫດ ລັເໃຫ່ຍເສຍຫລັກຕຳ
ເຂົ້າ ຂອບກັ້ນທາງ ເຂດເສັ້ນທາງ ບ້ານ ສອນໄຊ ວົງວຽນກະບອງນະຄອນໄກສອນພົມວິຫານແຂວງ ສະຫວັນນະເຂດ ໃນຈຸດເກີດເຫດ ມີຄົນເຈັບ1ຄົນ ເພດຊາຍມີອາການ
ເຈັບໜ້າເອີກມືນເມົາ ແລະ ບາດແຜຖະຫລອກແຕ່ມີສະຕິດີ ດັ່ງນັ້ນທາງທີມງານອາສາພວກເຮົາໃຫ້ການຊ່ວຍເຫຼືອປະຖົມພະຍາບານຂັ້ນຕົ້ນ ແລ້ວນຳສົ່ງໂຮງຫມໍ ແຂວງ
ສະຫວັນນະເຂດ ສ່ວນຄວາມເສຍຫາຍເປັນເຫລັກກັ້ນຂອບທາງ ແລະ ຟຸດບາດ ພ້ອມລົດຜູ້ຂັບເສຍຫາຍທາງຫນ້າຍ່າງແຮງ ຂໍໃຫ້ມີສະຕິລະມັດລະວັງໃນການຂັບຂີ່ເດີ້ຄ່ອຍໄປຄ່ອຍມາ