ສຳນັກຂ່າວຕ່າງປະເທດ, ວັນທີ 15 ກຸມພານີ້ ລາຍງານວ່າ: ຢູ່ປະເທດ ກີນີ ໄດ້ເກີດການລະບາດຂອງພະຍາດ ອີໂບລາ ຂຶ້ນເປັນຄັ້ງທຳອິດ ນັບແຕ່ປີ 2016 ເປັນຕົ້ນມາ.
ຢ່າງໜ້ອຍມີຜູ້ເສຍຊີວິດ 3 ຄົນແລ້ວ.3 ຄົນດັ່ງກ່າວ ນອນຢູ່ໃນຈຳນວນ 7 ຄົນທີ່ເຂົ້າຮ່ວມງານຊາປະນາກິດສົບຂອງນາງພະຍາບານຄົນໜຶ່ງ ໃນວັນທີ 1 ກຸມພາ, ຫຼັງຈາກ
ນັ້ນພວກເຂົາກໍເລີ່ມເກີດອາການຖອກທ້ອງ, ຮາກ ແລະ ເລືອດອອກ. ທັງ 7 ຄົນດັ່ງກ່າວ ຖືກຢືນຢັນວ່າ ຕິດເຊື້ອພະຍາດ ອີໂບລາ, ສ່ວນທີ່ຍັງເຫຼືອ 4 ຄົນ ແມ່ນຖືກ
ແຍກປ່ຽວແລ້ວ.ອາການສະແດງອອກຂອງພະຍາດ ອີໂບລາ ກໍຄື ເປັນໄຂ້, ເຈັບຫົວ, ມີອາການອິດເມື່ອຍ, ຮາກ, ຖອກທ້ອງ, ໄຂ້ຂຶ້ນສູງ. ອັດຕາການເສຍຊີວິດຈາກ ອີໂລບາ ແມ່ນ 50%.ຂະນະນີ້, ລັດຖະບານ ກີນີ ກຳລັງເລັ່ງສະກັດກັ້ນພະຍາດດັ່ງກ່າວ ແລະ ສັກວັກຊີນປ້ອງກັນ ອີໂບລາ ໃຫ້ກັບປະຊາຊົນ.