ຜັກກະລ່ຳປີ ກິໂລ 300-500 ກີບ ຍັງຂາຍບໍ່ອອກ! ສຽງຈາກ ກຸ່ມປູກຜັກບ້ານໜອງສູງ ເມືອງປາກຊ່ອງ ປັດຈຸບັນລາຄາຜັກກະລ່ຳປີ ຂອງຊາວສວນກຸ່ມປູກຜັກບ້ານໜອງສູງ, ເມືອງປາກຊ່ອງ, ແຂວງຈຳປາສັກ ຕົກຕ່ຳຫຼາຍ ກິໂລ 300-500 ກີບ ຍັງບໍ່ໄດ້ຂາຍ ຍ້ອນພໍ່ຄ້າແມ່ຄ້າຈາກປະເທດເພື່ອນບ້ານບໍ່ໄດ້ເຂົ້າມາເກັບຊື້, ຍ້ອນມີການລະບາດ
ຂອງພະຍາດ ໂຄວິດ-19. ສ່ວນລາຄາຜັກກາດຕີນໝີ 500 ກີບ/ກິໂລ ແລະ ຜັກກາດຂາວ 500 ກີບ/ກິໂລ.ຂໍໃຫ້ພາກສ່ວນກ່ຽວຂ້ອງຢືນມືເຂົ້າຊ່ວຍຫາທາງອອກຊ່ວຍຊາວ
ສວນແດ່ ຂ້ໍມູນແຈ້ງໂດຍ ທ່ານ ຂາວພອນ 020 5626 7494 ກຸ່ມປູກຜັກບ້ານໜອງສູງ ເມືອງປາກຊ່ອງ ແຂວງຈຳປາສັກ