ອິນເດຍ ຜະລິດວັກຊິນປ້ອງກັນໂຄວິດ-19ໄດ້ 3,5 ພັນລ້ານຫລອດ ຕາມແຫລ່ງຂ່າວ ຈາກນີວແດນລີ,ວັນທີ15ກຸມພານີ້, ອິນເດຍ ກາຍເປັນໂຮງງານ ຜະລິດ ວັກຊິນ ຂອງໂລກ ແຫ່ງໃຫຍ່ ອັນດັບ 2 ດ້ວຍກຳລັງ ການຜະລິດ 3,5 ພັນລ້ານຫລອດ ໃນປີນີ້ ຮອງຈາກ ສ.ອາເມລິກາ 4 ພັນລ້ານຫລອດ. ສຳລັບ ວັກຊິນ ທີ່ໄດ້ຮັບ ການ
ອະນຸມັດ ໃຫ້ໃຊ້ ໃນກໍລະນີ ສຸກເສີນ ໃນອິນເດຍ ແລ້ວນັ້ນ ບໍລິສັດ ພາຣັດ ໄບໂອເທັກ ເຊິ່ງພັດທະນາ ວັກຊິນ ປ້ອງກັນ ໂຄວິດ-19 ໂຄແວັກຊິນ(Covaxin)ຮ່ວມກັບ ສະພາວິໄຈ ທາງການແພດ ແຫ່ງອິນເດຍ(ICMR) ໄດ້ຕັ້ງເປົ້າ ທີ່ຈະຜະລິດ ວັກຊິນ ດັ່ງກ່າວ ໃຫ້ໄດ້ 700 ລ້ານຫລອດ.ຂະນະທີ່ ວັກຊິນ ໂຄວິເຊລ(Covishield) ຂອງ
ບໍລິສັດ ແອສຕຣາເຊເນກາ/ມະຫາວິທະຍາໄລ ອ໋ອກສຟອດ ເຊິ່ງສະຖາບັນ ເຊຣຸ່ມ ແຫ່ງອິນເດຍ (SII) ຮັບໜ້າທີ່ ຜະລິດ ໄດ້ເດືອນລະ 50 ລ້ານຫລອດ ແລະ ຕັ້ງເປົ້າ ຜະລິດ ໃຫ້ໄດ້ ເດືອນລະ 100 ລ້ານຫລອດ ຕັ້ງແຕ່ເດືອນເມສາ ເປັນຕົ້ນໄປ