ສຳນັກຂ່າວ ເອເອຟພີ ລາຍງານວ່າ: ວັນທີ 14 ກຸມພາ ເກີດເຫດ ລົດບັນທຸກນ້ຳມັນ ລະເບີດ ເຮັດໃຫ້ໄຟລຸກໄໝ້ ລົດບັນທຸກນຳ້ມັນ ແລະ ລົດບັນທຸກແກັດທຳມະຊາດ ເສຍຫາຍ ປະມານ 500 ຄັນ ທີ່ຈອດໄວ້ບໍລິເວນທ່າຈອດ ໃນເມືອງ ອີສລາມກາລາ ທີ່ຕິດຊາຍແດນກັບອີຣານ ໃນແຂວງເຮຣັດ ທາງຕາເວັນຕົກຂອງ ອາຟະການິດສະຖານ
ສົ່ງຜົນໃຫ້ມີຜູ້ບາດເຈັບ 7 ຄົນ. ການລະເບີດ 2 ຄັ້ງ ຢູ່ຈຸດຜ່ານແດນ ໃນຄັ້ງນີ້ ມີຄວາມຮຸນແຮງ ສົມຄວນ ທ່ີດາວທຽມຂອງນາຊາ ຈະເບິ່ງເຫັນໄດ້ຈາກອາວະກາດ. ນອກ
ຈາກນີ້ ສາເຫດໄຟໄໝ້ ຍັງສົ່ງຜົນກະທົບ ເຖິງອາຄານເຮືອນຊານ ຫລາຍກວ່າ 60% ໃນແຂວງ ເຮຣັດຂອງ ອາຟະການິດສະຖານ ແລະ ເຮັດໃຫ້ ໄຟຟ້າດັບ ອີກດ້ວຍ.
ສຳລັບ ຄວາມເສຍຫາຍ ຈາກການ ປະເມີນ ໃນເບື້ອງຕົ້ນ ຫລາຍລ້ານ ໂດລາສະຫະລັດ. ສ່ວນສາເຫດ ຕົ້ນຕໍ ຍັງຢູ່ລະຫວ່າງການສືບສວນສອບສວນ ຂອງເຈົ້າໜ້າທີ່./.
ຄລິບ