ອ໋ອກສຟອດ ກຽມທົດລອງວັກຊິນກັບເດັກເປັນຄັ້ງທຳອິດ ເມື່ອບໍ່ດົນມານີ້, ມະຫາວິທະຍາໄລ ອ໋ອກສຟອດ ຂອງອັງກິດ ຖະແຫລງ ຜ່ານທາງ ອິນເຕີເນັດ ກ່ຽວກັບ ການເລີ່ມທົດລອງ ວັກຊິນ ປ້ອງກັນ ໂຄວິດ-19ກັບເດັກ ອາຍຸ ລະຫວ່າງ6-17 ປີ ໂດຍຈະຮັບເອົາ ອາສາສະໝັກ ໃນອັງກິດ ປະມານ 300ຄົນ ແລະ ຈະເລີ່ມສັກ ວັກຊິນ ເຂັ້ມທຳ
ອິດ ພາຍໃນເດືອນນີ້ ເພື່ອປະເມີນ ປະສິດທິພາບ ຂອງວັກຊິນດັ່ງກ່າວ ທີ່ພັດທະນາ ຮ່ວມກັບ ບໍລິສັດ ແອສຕຣາເຊເນກາ. ສຳລັບ ວັກຊິນຂອງ ອ໋ອອກສຟອດ/ແອສຕຣາເຊເນກາ ຕ້ອງສັກ 2ເຂັມ ໄດ້ຮັບການຍ້ອງຍໍ ໃຫ້ເປັນວັກຊິນ ສຳລັບໂລກ ເພາະເມື່ອທຽບກັບ ວັກຊິນ ຂອງຫລາຍ ບໍລິສັດແລ້ວ ມີລາຄາຖືກວ່າ ແລະ ລຳລຽງຂົນສົ່ງ ໄດ້
ສະດວກກວ່າ. ແອສຕຣາເຊເນກາ ຕັ້ງເປົ້າ ຜະລິດໃຫ້ໄດ້ 3.000 ລ້ານຫລອດ ໃນປີນີ້ ແລະ ຈະເພີ່ມກຳລັງ ການຜະລິດ ເດືອນລະ 200 ລ້ານກວ່າຫລອດ ໃນເດືອນເມສາ ອີກດ້ວຍ./.
ຮຽບຮຽງຂ່າວໂດຍ ສະໄຫວ