ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ໂກນາກຼີ ຂອງປະເທດ ກີເນ ເມື່ອວັນທີ 15 ກຸມພາວ່າ: ກະຊວງສາທາ ລະນະສຸກຂອງ ກິເນ ອອກຖະແຫລງການ ປະກາດ ການແຜ່ລະບາດ ຄັ້ງໃໝ່ໃນປະເທດຂອງ ເຊື້ອພະຍາດ ອີໂບລາ ຢູ່ເມືອງ ກູເອເຄ ໃນແຂວງ ເອັນເຊເຣກໍເຣ ທາງພາກໃຕ້ ຂອງປະເທດ ຫລັງຈາກພົບຜູ້ເສຍຊີວິດ
ຢ່າງໜ້ອຍ 3 ຄົນ ແລະ ຜູ້ຕິດເຊື້ອ ສະສົມ 4 ຄົນ, ພາຍໃນໄລຍະ ເວລາພຽງ ບໍ່ເທົ່າໃດ ອາທິດ, ໃນໄລຍະ ລະຫວ່າງ ທ້າຍເດືອນ ມັງກອນ ເຖິງຕົ້ນເດືອນ ກຸມພາ ຂະນະດຽວກັນ ລັດຖະບານ ກິເນ ຮຽກຮ້ອງຄວາມຮ່ວມມື ຈາກປະຊາຊົນ ໃນການລາຍງານ ຜູ້ຕ້ອງສົງໄສ ຈາກພະຍາດ ອີໂບລາ ແລະ ຜູ້ທີ່ຄິດວ່າ ຕົນເອງ ມີອາການດັ່ງ
ກ່າວ ຮຽກຮ້ອງໃຫ້ຮີບດ່ວນ ເດີນທາງມາພົບ ເຈົ້າໜ້າທີ່ ສາທາລະນະສຸກ ພ້ອມທັງ ເນັ້ນວ່າ: ລັດຖະບານ ດຳເນີນການດ້ວຍຄວາມຮ່ວມມື ເລັ່ງດ່ວນ ຢ່າງສຸດ ຄວາມສາມາດ ເພື່ອໃຫ້ ການຄວາມຄຸມ ການແຜ່ລະບາດ ຄັ້ງນີ້ ມີປະສິດທິພາບ ຫລາຍທີ່ສຸດ.ສ່ວນອົງການ ອະນາໄມໂລກ(ດັບເບີລຢູເອຊໂອ) ຢືນຢັນ ຕິດຕາມ ສະຖານະການ
ແຜ່ລະບາດ ຄັ້ງໃໝ່ ຂອງພະຍາດ ອີໂບລາ ໃນກິເນ ຢ່າງໃກ້ຊິດ, ໂດຍສົ່ງເຈົ້າໜ້າທີ່ ພາກສະໜາມ ຊຸດໃໝ່ ເຂົ້າໄປສົມທົບກັບ ຊຸດເກົ່າທີ່ປະຈຳການຢູ່ແລ້ວ, ນອກນີ້ ດັບເບີລຢູເອຊໂອ ຍັງປະສານງານ ຢ່າງຕໍ່ເນື່ອງກັບ ລິເບເຣຍ ແລະ ເຊຍຣາເລອອນ ຊຶ່ງມີຊາຍແດນຕິດກັບ ກິເນ ໃຫ້ຍົກລະດັບ ການເຝົ້າລະວັງ ພະຍາດ ດັ່ງກ່າວໃນປະເທດ ຂອງຕົນເອງດ້ວຍ