ອິດສາກັນຫຼືບໍ່ ? ລູ່ລູ່ ໝາເພດແມ່ ພັນບໍເດີຄໍລີ່ ອາຍຸ 8 ປີ ຢູ່ໃນປະເທດອາເມລິກາ ກາຍເປັນສັດສີ່ຂາທີ່ລວຍທີ່ສຸດໃນໂລກ ຫຼັງຈາກເຈົ້າຂອງເສຍຊີວິດ ໄດ້ມອບມໍລະດົກ
5,000,000$ (ປະມານ 46,7 ຕື້ກີບ) ໃຫ້ກັບ ລູ່ລູ່ ມາທາ ເບີຕັນ ຜູ້ເບິ່ງແຍງ ລູ່ລູ່ ໄດ້ໃຫ້ສຳພາດວ່າ ບິວ ດໍລິສ ອາຍຸ 84 ປີໄດ້ເຮັດພິໃນກຳມອບເງິນຈໍານວນນີ້ກ່ອນທີ່
ລາວຈະເສຍຊີວິດໃນທ້າຍປີ 2020 ໂດຍພິໃນກຳສະບັບນີ້ໄດ້ລະບຸຊັດເຈນວ່າ ໃຫ້ຜູ້ເບິ່ງແຍງ ຖອນເງິນອອກມາໃຊ້ເທົ່າທີ່ຈຳເປັນ ເຊິ່ງເງິນຈໍານວນດັ່ງກ່າວໄດ້ຖືກໂອນໄປໄວ້ກັບ ສະຖານສົງເຄາະ ເພື່ອເອົາໄວ້ເບິ່ງແຍງ ລູ່ລູ່ ໃຫ້ມີຊີວິດທີ່ດີຕໍ່ໄປ.