ຈາກຜູ້ໃຊ້ເຟສບຸກ wickie naovongphachan ໄດ້ໂພສວ່າ:ມື້ນີ້ຂໍອອກມາເວົ້າແນ່ເຖາະແນວໃດກະວ່າຂ້ອຍນິບໍ່ດີຢູ່ແລ້ວ ບໍ່ແມ່ນວ່າປະຈານໂຕເອງຫຼືແນວໃດແຕ່ຂໍເວົ້າອົດ
ຕໍ່ໄປບໍ່ໄດ້ອີກແລ້ວເປັນຝ່າຍອົດທົນມາຕະຫລອດ(ຂໍເວົ້າຂໍລະບາຍ) ຢາກຖາມຜົວຕີເມຍຖືພາຄາທ້ອງບັກໃຫຍ່ໆຕີຈົນລູກອອກ ປາດລູກອອກບໍ່ຮອດ2ອາທິດຜົວກິນເບຍເມົາມາ
ຕົບເຕະເມຍທຸກເທື່ອທີ່ເມົາມາກະຫາແຕ່ເລື່ອງຕີເມຍຊຸກເມຍທ້ອງນິຕົກຕຽງບໍ່ພໍໃຈຫຍັງໃຊ້ແຕ່ອາລົມໃຊ້ແຕ່ກໍາລັງ ແຕ່ຂ້ອຍກະຄືບໍ່ແທ້ງແຕ່ລະເທື່ອຖືກຜົວຕີຊໍ່າຫມາຈົນນອນຢູ່ພື້ນ
ຜົວຕີນິນັບເທື່ອບໍ່ໄດ້ກະທົນໆຍ້ອນຊ່າງເມົາມາຜົວກະຂໍໂທດກະດີນໍາຍ້ອນວ່າຮັກແຮງ ທຸກຄົນອາດສິຄິດວ່າຂ້ອຍວ່າຜົວບໍ່ດີຜົວຕົບຜົວຕີເປັນຫຍັງຄຶຍັງທົນສາເຫດມີຢູ່ວ່າ(ຮັກ
ຢາກໃຫ້ລູກມີພໍ່ຢາກມີຄອບຄົວທີ່ສົມບູນ ຫວັງແຕ່ວ່າຈັກມື້ຜົວສິປ່ຽນ ຄຶຄໍາເວົ້າທີ່ເວົ້າ ແຕ່ບໍ່ເຄີຍປ່ຽນ)ບໍ່ໄດ້ເຮັດຫຍັງໃຫ້ກະມາຫາເລື່ອງ(ຈາກຕອນແລກຮູ້ວ່າຖືພາແຮງຮັກໆ
ແທ້ຮັກວ່າຮັກເຮົາ ຮັກຄືສິເປັນສິຕາຍແທນໄດ້ພໍຫລັງແຕ່ງງານກັນກະເລີ່ມປ່ຽນໄປຕອນນີ້ຈາກຝາມືປ່ຽນເປັນຝາຕີນ)ພາໄປຝາກທ້ອງແຕ່ທໍາອິດພໍທ້ອງຫລາຍເດືອນໄປພັດໃຫ້
ຂັບລົດໄປຫາຫມໍເອງແຕ່ລ່ະເດືອນ ເມຍນອນເຈັບຍ່າງບໍ່ໄດ້ຢູ່ໂຮງຫມໍ ຜົວກະຢູ່ເຝົ້າແລ້ວຂໍເງີນເມຍໄປຊື້ເຂົ້າກັບສິເມືອເຮືອນເອົາຜ້າເອົາຫມອນມາໃຫ້ແຕ່5ໂມງແລງ
ຈົນມື້ໃຫມ່ ເວລາ14:35ຜົວມາຜູ້ເມຍນອນຖ້າກິນເຂົ້າຈົນກະເພາະຂື້ນປວດຂີ້ປວດຍ່ຽວບໍ່ມີຄົນພາໄປ(ແມ່ຢູ່ເຮືອນຜູ້ເອົາລູກໃຫ້ໂທ ມາຖາມຜົວກະຢູ່ນໍາບໍ່=ຂ້ອຍກະຕອບວ່າຢູ່
ຍ້ອນບໍ່ຢາກໃຫ້ມີປັນຫາ .ມີຜູ້ເຖົ້ານອນເຈັບຢູ່ທາງຄ້າງຮ້ອງຖາມຂ້ອຍອີກວ່າ”ນາງຜົວເຈົ້ານະຄືບໍ່ມາເລີຍບໍ່ນາງ ”ຕອນນັ້ນບອກໄດ້ເລີຍວ່າຖຶກສະກິດຈຸດໄຫ້ຈົນວ່າຄົນໄຂ້ຕຽງ
ທາງຂ້າງແນມສິປິດຫນ້າໄວ້ກະປິດບໍ່ໄດ້ຜົວວ່າເມືອຊື້ເຂົ້າສິເມືອແວ່ເອົາຫມອນເອົາຜ້າຫົ່ມມາໃຫ້ສຸດທ້າຍຂ້ອຍນອນຫນາວຫມອນກະບໍ່ມີໄດ້ນອນຫມູນກະດາດຊິດຊູ້ປຽກພໍມາມື້
ໃຫມ່ເງີນທີ່ຜົວເອົາໄປກະບໍ່ຫລາຍດອກແຕ່ເງີນມີຊໍ່ານັ້ນໄວ້ຈ່າຍຄ່າຢາໄວ້ຊື້ກິນນັ້ນນີ້ແຕ່ເງີນບໍ່ເຫລືອຈັກກີບ ສຸດທ້າຍຕ້ອງໄດ້ຢືມເງີນລຸ່ນເອື້ອຍທີ່ຮູ້ຈັກມາຈ່າຍຄ່າຢາ ເວົ້າກະບໍ່
ອອກຕ້ອງຊົ່ວຊໍ່າໃດຈັ່ງເຮັດໄດ້ຫລາຍເລື່ອງຫລາຍຢ່າງຈັບໄດ້ຮອດວ່ານອກໃຈນອກກາຍ ແຕ່ອົດເກັບໄວ້ມາຕະຫລອດກະຍ້ອນວ່າຮັກແຮງ ມາມື້ນີ້ຜົວໄລ່ຂ້ອຍກັບລູກຫນີ ຢາກປະ
ຂ້ອຍກັບລູກໂອເຄຂ້ອຍກະປະໃຫ້ ພໍແຕ່ຂ້ອຍເກັບເຄື່ອງອອກມາໃນວັນທີ8ຜົວກະໄປຫຼິ້ນປາຕີ້ເສຍບໍ່ເຄີຍຕິດຕໍ່ຫາຂ້ອຍຫຼືຖາມຂ່າວຂາວຫຍັງກ່ຽວກັບຂ້ອຍແລະລູກເລຍຈາກທີ່
ເຄີຍເວົ້າກັບຂ້ອຍວ່າຕໍ່ໃຫ້ບໍ່ມີຫຍັງຂ້ອຍກະສິຢູ່ກັບເຈົ້າກັບລູກບໍ່ຖິ້ມໄປໃສດອກ ຄຶ?(ອັນນີ້ເນາະໃຈຄົນເຮົາປ່ຽນໄປທຸກນາທີໂຄ້ດເປັນຕາຢ້ານ)ຂ້ອຍຄິດມາຕະຫລອດວ່າລູກອອກ
ມາຜົວຕ້ອງຄິດໄດ້ຮັກເຮົາຮັກລູກແຕ່ຂ້ອຍຄິດຜິດສິ່ງທີ່ຂ້ອຍອົດທົນມາບໍ່ມີຄວາມຫມາຍຫຍັງ (ເທື່ອຫນ້າຄັນໃຈຂອງເຈົ້າບໍ່ຫນັກແຫນ້ນພໍ.ເຈົ້າບໍ່ມີຄວາມຮັບຜິດຊອບພໍຢ່າເຮັດກັບໃຜແບບເຮັດກັບຂ້ອຍເດີ້
ຄລິບສຽງ