ພະຍາກອນອາກາດ ປະຈໍາວັນທີ 14 ກຸມພາ 2021
ມວນອາກາດໜາວເຢັນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດ
ໃຫ້ອາກາດຍັງໜາວເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ. ສ່ວນພາກກາງ ແລະ
ພາກໃຕ້ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໃນຕອນບ່າຍອາກາດຈະຮ້ອນຂຶ້ນຕື່ມອີກຢູ່ໃນແຕ່ລະພາກ.
ພະຍາກອນອາກາດ ປະຈໍາວັນທີ 14 ກຸມພາ 2021