ສຳນັກຂ່າວຊິນຮົວ ລາຍງານໃນວັນທີ 12 ກຸມພາ 2021, ຜົນການສຶກສາສະບັບໃໝ່ພົບວ່າ: ໂຕເຈຍຝູງນ້ອຍໆຢູ່ພາກຕາເວັນອອກຂອງໄທເປັນພາຫະຂອງໄວຣັສໂຄໂຣນາ ເຊິ່ງມີລັກສະນະຄ້າຍຄືກັບໄວຣັສທີ່ສ້າງໃຫ້ເກີດພະຍາດໂຄວິດ-19.ສຳນັກຂ່າວ Sputnik ຂອງຣັດເຊຍ ອ້າງຜົນການສຶກສາທີ່ເຜີຍແຜ່ໃນວາລະສານ Nature
Communications ເມື່ອວັນທີ 9 ກຸມພາຜ່ານມາວ່າ: ໄວຣັສສາຍພັນໃໝ່ນີ້ຖືກພົບໃນເລືອດຂອງໂຕເຈຍເກືອກມ້າ 5 ໂຕທີ່ອາໄສຢູ່ໃນຖ້ຳຈຳລອງຂອງເຂດຮັກສາພັນສັດປ່າແຫ່ງໜຶ່ງ.ຄະນະນັກວິໄຈຈາກຈຸລາລົງກອນມະຫາວິທະຍາໄລພົບວ່າ: ເລືອດຂອງໂຕເຈຍຝູງນີ້ມີລະຫັດພັນທຸກຳຄືກັບໄວຣັສໂຄໂຣນາສາຍພັນໃໝ່ສູງເຖິງ 91,5%.“ພວກເຮົາຈຳ
ເປັນຕ້ອງເຝົ້າຕິດຕາມສັດຕ່າງໆໃຫ້ຫລາຍຂຶ້ນ” ທ່ານ ຫວັງຫລິນຟາ ສາສະດາຈານຈາກໂຮງຮຽນແພດແຫ່ງມະຫາວິທະຍາໄລແຫ່ງຊາດສິງກະໂປ ແລະ ມະຫາວິທະຍາໄລດຸກ
ແຫ່ງອາເມລິກາ ຢູ່ສິງກະໂປ, ຜູ້ມີສ່ວນຮ່ວມໃນການສຶກສາຄັ້ງນີ້ກ່າວກັບນັກຂ່າວ.ທ່ານ ຫວັງຫລິນຟາ ບອກວ່າ: ພວກເຮົາຈຳເປັນຕ້ອງເຝົ້າຕິດຕາມ ແລະ ກວດສອບພື້ນທີ່ອ້ອມຮອບຈີນນຳ ເພື່ອຄົ້ນຫາຕົ້ນກຳເນີດທີ່ແທ້ຈິງຂອງພະຍາດໂຄວິດ-19.