ວັນຈັນ:ການງານ ຊ່ວງນີ້ອຸປະສັກທາງດ້ານການງານມີຫລາຍ ຕ້ອງທົບທວນໃນເລື່ອງລະບົບງານໃໝ່ ຕ້ອງຄ່ອຍໆ ແກ້ໄປເທື່ອລະຂັ້ນຕອນຈະດີທີ່ສຸດ ການເງີນ ມີເລື່ອງຈ່າຍອອກໄປຕະຫລອດໃນຊ່ວງນີ້ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍໍ ຄວາມຮັກ ຄິດຝັນເຖິງໃຜບາງຄົົນທີ່ເຈົ້າຊະຕາພິຈາລະນາເຖິງທ່ານຢູ່ໃນຊ່ວງນີ້ ແຕ່ເວລາທີ່ມີໃຫ້ກັນຍັງບໍ່ຫລາຍພໍ
ວັນຄານ:ການງານ ຈະເຮັດສິ່ງໃດມີແຕ່ຄວາມສຳເລັດຢ່າງທີ່ເຈົ້າຊະຕາຄາດຫວັງ ມີເລື່ອງງຸດງິດໃຈ ຫລືຮູ້ສຶກເບື່ອ ແຕ່ຄວາມພະຍາຍາມໃນຕອນນີ້ຈະນຳໂອກາດໃໝ່ໆ ມາໃຫ້ການເງີນ ບໍ່ມີເລື່ອງເດືອດຮ້ອນ ຫລືເລື່ອງກັງວົນໃດໆ ທາງດ້ານການເງີນ ຍັງວາງແຜນການໃຊ້ຈ່າຍໄດ້ຢ່າງເປັນໂຊກສະເໝີ ຄວາມຮັກ ໄດ້ພົບໃຜບາງຄົນໃນຊ່ວງນີ້ ແຕ່ເປັນການເບິ່ງໆ ກັນຫລາຍກວ່າ ຊຶ່ງທ່ານເປັນຄົນອາຍຸຫລາຍກວ່າ
ວັນພຸດ:ການງານ ຄວາມລະອຽດອ້ອມຄອບໃນການເຮັດວຽກງານ ແລະຄວາມສະຫລຽວສະຫລາດນຳພາໂອກາດ ແລະຄວາມສຳເລັດມາສູ່ຕົນເອງໄດ້ສະເໝີ ແຕ່ໃຫ້ລະວັງບໍລິວານ ຫລືຜູ້ທີ່ບໍ່ຈິງໃຈ ຢ່າໄວ້ໃຈພວກທ່ານຫລາຍໄປຈຶ່ງຈະດີ ການເງີນ ມີໂຊກຈະໄດ້ເງີນ ມີຄວາມຫມັ້ນຄົງທາງດ້ານການເງີນດີຂຶ້ນໃນຊ່ວງນີ້ ຫລືຈະໄດ້ຮັບຂອງຝາກ ຫລືຂອງຖືກໃຈເຂົ້າມາໃນມື້ນີ້ ຄວາມຮັກ ຍັງພິຈາລະນາໃນເລື່ອງຄວາມຮັກ ແລະຄວາມສຳພັນໃນຊ່ວງນີ້ ເພາະຍັງຢູ່ໃນສະຖານະການຄວາມຮັກທີ່ບໍ່ເປີດເຜີຍ
ວັນພະຫັດ:ການງານ ມີອຸປະສັກການງານມີໄວ້ແກ້ໄຂ ແຕ່ເຈົ້າຊະຕາຈະໂຊກດີ ເພາະມີຜູ້ຮ່ວມງານ ຫລືມີທີ່ປຶກສາທີ່ດີ ເປັນຜູ້ໃຫຍ່ ຈະເຮັດໃຫ້ແກ້ໄຂບັນຫາຕ່າງໆ ໃຫ້ຜ່ານໄປໄດ້ດ້ວຍດີ ການເງີນ ລະວັງການໃຊ້ຈ່າຍ ແລະການໃຊ້ເງີນໃນຊ່ວງນີ້ ສິ່ງໃດທີ່ບໍ່ຈຳເປັນກໍບໍ່ຄວນທີ່ຈະຊື້ຫາເຂົ້າມາ ຈຶ່ງຈະເຮັດໃຫ້ມີເງີນເກັບ ຄວາມຮັກ ມີຫຼາຍເລື່ອງຫຼາຍສິ່ງທີ່ຕ້ອງເຮັດ ແຕ່ເຈົ້າຊະຕາຈະໂຊກດີ ໄດ້ພົບຄົນເກັ່ງ ມີຄວາມສາມາດ ແຕ່ເປັນຄົນໃຈຮ້ອນ
ວັນສຸກ:ການງານ ມີຄວາມເມື່ອຍໃຈກ່ຽວກັບເລື່ອງການງານ ຕ້ອງກັບມາພະຍາຍາມ ແລະແກ້ບັນຫາທາງດ້ານການງານໃຫ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກ ການເງີນ ມີໂຊກຈະໄດ້ເງີນ ຊຶ່ງຈະໄດ້ຈາກຄວາມສາມາດ ແລະຄວາມພະຍາຍາມຂອງເຈົ້າຊະຕາທີ່ສົ່ງຜົນທາງດ້ານການເງີນທີ່ດີຂຶ້ນ ຄວາມຮັກ ຖ້າຈະພົບໃຜໃນຊ່ວງນີ້ຈະກ່ຽວຂ້ອງກັບການງານທີ່ໄປ ຕິດຕໍ່ກໍເປັນໄປໄດ້ ແຕ່ເຈົ້າຊະຕາກໍຍັງບໍ່ຕັດສິນໃຈໃນເລື່ອງນີ້ ເພາະຍັງບໍ່ສາມາດທີ່ປະຄັບປະຄອງຖືຮັກສາຄວາມສຳພັນໄດ້ຢ່າງຫມັ້ນຄົງ
ວັນເສົາ:ການງານ ຈະຈັບທຸລະກິດການງານໃດໆ ຊ່ວງນີ້ຈະປະສົບຄວາມສຳເລັດ ຈະເລີນຮຸ່ງເຮືອງເປັນຢ່າງຫລາຍ ເພາະການເຮັດທຸລະກິດການງານດ້ວຍຄວາມຊື່ສັດ ສຸຈະລິດຈະເຮັດໃຫ້ມີຄວາມຈະເລີນຮຸ່ງເຮືອງສະເໝີ ການເງີນ ມີເລື່ອງທີ່ຕ້ອງຈ່າຍໃນຊ່ວງນີ້ ເປັນການຫາຊື້ສິ່ງຂອງເຂົ້າມາເພິ່ມເຕິມກໍເປັນໄປໄດ້ ຄວາມຮັກ ຈະພົບຄົນເກັ່ງ ທີ່ມີຄວາມສາມາດ ມີການນັດພົບກັນໃນຊ່ວງນີ້ຢ່າງເປັນໂຊກ
ວັນອາທິດ:ການງານ ຈະເຮັດສິ່ງໃດໃນຊ່ວງນີ້ຈະມີຄວາມກ້າວໜ້າ ແລະຄວາມຮຸ່ງເຮືອງ ແຕ່ຕ້ອງພົບຄວາມກົດດັນເປັນທຳມະດາ ການເງີນ ມີໂຊກທາງດ້ານການເງີນ ທີ່ຈະໄດ້ເຂົ້າມາ ໃນຊ່ວງນີ້ເປັນມື້ດີມື້ໜຶ່ງຂອງເຈົ້າຊະຕາເລີຍ ຄວາມຮັກ ຈະໄດ້ພົບຄົົນທີ່ເປັນຜູ້ນຳ ນິໄສໃຈຄໍບໍ່ຄືໃຜ ເປັນຄົນສ້າງສັນ ແຕ່ທ່ານກໍດຶ້ຢູ່ພໍສົມຄວນ