ກຳປູເຈຍເລີ່ມສັກວັກຊີນໂຄວິດ-19 ແລ້ວ ຫລັງໄດ້ຮັບບໍລິຈາກຈາກຈີນ, ລູກຊາຍທ່ານ ຮຸນເຊນ ສັກເປັນຄົນທຳອິດ ເພື່ອສ້າງຄວາມໝັ້ນໃຈໃຫ້ປະຊາຊົນ.ວັນທີ 10 ກຸມພາ 2021, ເຟສບຸກທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ເຜີຍແຜ່ຮູບພິທີການສັກວັກຊີນໂຄວິດ-19 ຢ່າງເປັນທາງການໃນວັນທີ 10 ກຸມພານີ້ ໂດຍມີ ພົນໂທ ຮຸນມາ
ເນັດ ລູກຊາຍຂອງທ່ານ ຮຸນເຊນ ເປັນຄົນທຳອິດທີ່ໄດ້ຮັບການສັກວັກຊີນໂຄວິດ-19.ສຳລັບວັກຊີນໂຄວິດ-19 ທີ່ກຳລັງແຈກຢາຍຢູ່ກຳປູເຈຍຕອນນີ້ ເປັນວັກຊີນຈາກບໍລິສັດ Sinopharm ບໍລິສັດການຢາສັນຊາດຈີນ ທີ່ລັດຖະບານຈີນບໍລິຈາກໃຫ້ກຳປູເຈຍ ແລະ ຫາກໍຂົນສົ່ງເຖິງກຳປູເຈຍໃນວັນທີ 8 ກຸມພາ ຈຳນວນ 600.000 ໂດສ.ໂດຍກ່ອນ
ໜ້ານີ້, ທ່ານ ຮຸນເຊນ ເຄີຍປະກາດວ່າ: ຈະຂໍເປັນຄົນທຳອິດທີ່ໄດ້ຮັບການສັກວັກຊີນໂຄວິດ-19 ຢູ່ກຳປູເຈຍ, ແຕ່ໃນເວລາຕໍ່ມາມີການປ່ຽນແປງເງື່ອນໄຂຜູ້ໄດ້ຮັບວັກຊີນໃຫ້ສະເພາະຜູ້ທີ່ມີອາຍຸແຕ່ 18-59 ປີ ເນື່ອງຈາກຍັງບໍ່ມີຂໍ້ມູນທີ່ແນ່ນອນເຖິງປະສິດທິພາບຂອງວັກຊີນ Sinopharm ຕໍ່ຜູ້ທີ່ມີອາຍຸ 60 ປີຂຶ້ນໄປ ເຮັດໃຫ້ທ່ານ ຮຸນເຊນ ບໍ່ເຂົ້າ
ເກນທີ່ຈະໄດ້ຮັບວັກຊີນໂຄວິດ-19 ຊະນິດນີ້.ໃນຕອນນີ້ລັດຖະບານກຳປູເຈຍມີແຜນຈອງວັກຊີນໂຄວິດ-19 ໃຫ້ໄດ້ 20 ລ້ານໂດສ ເຊິ່ງຈະພຽງພໍຕໍ່ການສັກໃຫ້ປະຊາກອນ 10 ລ້ານຄົນ ຄິດເປັນ 2 ໃນ 3 ຂອງປະຊາກອນທົ່ວປະເທດທີ່ມີຢູ່ປະມານ 16,2 ລ້ານຄົນ ໂດຍໃນຈຳນວນນີ້ ກຳປູເຈຍຈະໄດ້ຮັບບໍລິຈາກວັກຊີນຈາກຈີນ 1 ລ້ານໂດສ. ຂະນະ
ດຽວກັນ ກໍໄດ້ຮັບເງິນຊ່ວຍເຫລືອຈາກລັດຖະບານອົດສະຕຣາລີ ເຊິ່ງພຽງພໍຕໍ່ການຊື້ວັກຊີນໂຄວິດ-19 ຈຳນວນ 3 ລ້ານໂດສ. ນອກຈາກນີ້ ກຳປູເຈຍຍັງເຂົ້າຮ່ວມໂຄງການ COVAX ທີ່ຄາດວ່າຈະເຮັດໃຫ້ໄດ້ວັກຊີນອີກ 7 ລ້ານໂດສ.