ອີງຕາມການໃຫ້ຂໍ້ມູນຈາກຝ່າຍປະຊາສຳພັນຂອງໂຮງງານໄຟຟ້າພະລັງງານຄວາມຮ້ອນ ເມືອງຫົງສາໃຫ້ຮູ້ວ່າ: ໃນວັນທີ 4 ກຸມພາ 2021 ນີ້ ເວລາ 13:55 ໂມງ ຢູ່ພາຍໃນບໍລິເວນໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ໄດ້ມີເຫດການໄຟຟ້າຊ໊ອດພະນັກງານສ້ອມແປງໄຟຟ້າ ລະຫວ່າງການສ້ອມບໍາລຸງໂຮງໄຟຟ້າປະຈໍາປີຂອງບໍລິສັດ.ໂດຍກ່ອນ
ເກີດເຫດ ຜູ້ເສຍຊີວິດໄດ້ປະຕິບັດໜ້າທີ່ ບໍລິເວນສະຖານີໄຟຟ້າແຮງສູງ (Switchyard) ພາຍໃນພື້ນທີ່ໂຮງໄຟຟ້າ ແລະ ໃນຂະນະທີ່ປະຕິບັດໜ້າທີ່ ໄດ້ເກີດເຫດໄຟຟ້າຊ໊ອດ
ຈົນເຮັດໃຫ້ໝົດສະຕິ ໜ່ວຍງານດ້ານຄວາມປອດໄພໄດ້ໃຫ້ຄວາມຊ່ວຍເຫຼືອໃນເບື້ອງຕົ້ນຢ່າງຮີບດ່ວນ ຈາກນັ້ນໄດ້ສົ່ງຕໍ່ໄປໂຮງໝໍເມືອງຫົງສາ ເພື່ອການປິ່ນປົວ ແຕ່ກໍສຸດກຳລັງ
ຢື້ຊີວິດໄວ້ ແລະ ໄດ້ເສຍຊີວິດໃນເວລາ 17:10 ໂມງ ຂອງວັນດຽວກັນ.ຜູ້ເສຍຊີວິດ ເປັນເພດຊາຍ, ພະນັກງານສັນຊາດໄທ.ສ່ວນການສອບສວນ ເພື່ອຫາຂໍ້ເທັດຈິງ ແມ່ນຢູ່ໃນຂັ້ນຕອນດຳເນີນການຂອງເຈົ້າໜ້າທີ່ຮັບຜິດຊອບຂອງບໍລິສັດ ແລະ ພາກສ່ວນກ່ຽວຂ້ອງ.