ວັນທີ 8 ກຸມພາ 2021, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທາງການອາຟຣິກາໃຕ້ຕັດສິນໃຈໂຈະການແຈກຢາຍ ແລະ ສັກວັກຊີນຕ້ານໂຄວິດ-19 ຈາກ AstraZeneca-Oxford ໃຫ້ປະຊາຊົນຊົ່ວຄາວ ຫລັງຜົນການສຶກສາພົບວ່າວັກຊີນຊະນິດນີ້ມີປະສິດທິພາບຫລຸດລົງໃນການຕ້ານເຊື້ອໂຄວິດ-19 ກາຍພັນທີ່ພົບໃນອາຟຣິກາ
ໃຕ້ (B.1.351 ຫລື 20C/201Y.V2).Dr. Zweli Mkhize ລັດຖະມົນຕີສາທາລະນະສຸກຂອງອາຟຣິກາໃຕ້ ເປີດເຜີຍວ່າ: ການໂຈະດັ່ງກ່າວເປັນພຽງມາດຕະການຊົ່ວຄາວເທົ່ານັ້ນ ໂດຍທີມຜູ້ຜະລິດ ແລະ ທົດສອບວັກຊີນກຳລັງສຶກສາວິທີຈະເພີ່ມປະສິດທິພາບໃນການຕ້ານທານໂຄວິດ-19 ອາຟຣິກາໃຕ້ກາຍພັນນີ້ຢູ່ ໂດຍທາງການຈະເດີນ
ໜ້າແຈກຢາຍ ແລະ ສັກວັກຊີນອີກ 2 ຊະນິດຈາກ Pfizer-BioNTech ແລະ Johnson & Johnson ໃນໄລຍະນີ້.ສ່ວນ AstraZeneca ລະບຸວ່າ: ຜູ້ຜະລິດກຳລັງປະສານງານກັບທາງການອາຟຣິກາໃຕ້ຢ່າງໃກ້ຊິດ. ອີກທັງຍັງເຊື່ອວ່າວັກຊີນຕ້ານໂຄວິດ-19 ຊະນິດນີ້ຍັງສາມາດຕ້ານທານ ແລະ ປ້ອງກັນການຕິດເຊື້ອໂຄວິດ-19 ກາຍພັນຢູ່
ອາຟຣິກາໃຕ້ທີ່ມີອາການຮຸນແຮງໄດ້ ໂດຍສະເພາະໃນໄລຍະ 8-12 ອາທິດຫລັງເຂົ້າຮັບການສັກ.ໂດຍອາຟຣິກາໃຕ້ເປັນໜຶ່ງໃນປະເທດທີ່ກຳລັງຜະເຊີນກັບເຊື້ອໂຄວິດ-19 ກາຍພັນ ມີຜູ້ຕິດເຊື້ອສະສົມແລ້ວ 1,47 ລ້ານຄົນ, ເສຍຊີວິດແລ້ວ 4,6 ໝື່ນຄົນ. ຂະນະທີ່ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມແລ້ວຫລາຍກວ່າ 106 ລ້ານຄົນ, ປິ່ນປົວຫາຍ 78.835.652 ຄົນ ຫລື ປະມານ 74% ຂອງຜູ້ຕິດເຊື້ອທັງໝົດ, ເສຍຊີວິດແລ້ວ 2.324.110 ຄົນ.