ສະພາບອາກາດວັນນີ້ ປະຈຳວັນທີ 9 ກຸມພາ 2021ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເຕືອນຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ແລະ ລົມພັດແຮງ ເນື່ອງຈາກມວນອາກາດໜາວເຢັນທີ່ປະເທດຈີນ ຍັງເພີ່ມກຳລັງແຮງຂື້ນ ສຶບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ພ້ອມດຽວກັນກະແສລົມຕາເວັນ
ຕາເວັນອອກສ່ຽງເໜືອຍັງພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດໜາວເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະມີຝົນຕົກ
ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.ແຈ້ງເຕືອນເຖິງປະຊາຊົນ ທີ່ອາໄສຢູ່ແຂວງພາກເໜືອ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ ຕົ້ນໃມ້ຫັກລົ້ມ ແລະ ເຮືອນຊານ ເປ່ເພ.