ຄໍາເຕືອນຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ແລະ ລົມພັດແຮງ ປະຈໍາວັນທີ 09 ກຸມພາ 2021 ມວນອາກາດໜາວເຢັນທີ່ປະເທດຈີນໄດ້ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງ
ປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບ
ຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກເໜືອດ້ານຕາເວັນອອກ ລົງ ຫາ ພາກກາງ. ດັ່ງນັ້ນຈຶ່ງຂໍ
ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ແຂວງພາກເໜືອດ້ານຕາເວັນອອກ ແລະ ພາກກາງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດ
ແຮງ ທີ່ຈະເຮັດໃຫ້ ຕົ້ນໄມ້ຫັກລົ້ມ ແລະ ເຮືອນຊານເປ່ເພ.