ເກີດເຫດເສົ້າ! ຟ້າຜ່າປະຊາຊົນເສຍຊີວິດ ທີ່ບ້ານນາກວາງ, ເມືອງໄຊຍະບູລີ ໃນຕອນແລງມື້ນີ້ ຜູ້ໃຊ້ເຟສບຸກຊື່ ປ້ອມ ຈິດຕະວົງ ໂພສພາບ ແລະ ຂໍ້ຄວາມວ່າ: ເປັນອຸທະ
ຫອນເຕືອນກັນແດ່ເດີທຸກຄົນ ເຫດເກີດຟ້າຜ່າຄົນຕາຍ ຊື່ ທ.ແປງ ເນຶ່ອງຈາກຟ້າຮ້ອງຝົນຕົກໃນເວລາ 15:40 ໂມງຂອງວັນທີ 8 ກຸມພາ 2021 ຜູ້ກ່ຽວຟັງເພງດ້ວຍ
Mp3 ຢູ່ຖຽງສວນເຂດກ້ອງພູຜາດອກຄຳ ທີ່ບ້ານນາກວາງ ເມືອງໄຊຍະບູລີ, ແຂວງໄຊຍະບູລີ. ພວກເຮົາຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ຊີວິດດ້ວຍ ແລະ ເຕືອນໃຫ້ພາກັນລະວັງພາຍຸຝົນຕົກ ແລະ ຟ້າຜ່າ ໄລຍະນີ້.
ສະລົດໃຈ ເຫດຟ້າຜ່າຄົນເສຍຊີວິດ ຢູ່ໄຊຍະບູລີ
ພາບຈາກ: ປ້ອມ ຈິດຕະວົງ