ໃນອາທິດຜ່ານມາ ໄດ້ມີອຸບັດເຫດເກີດຂຶ້ນຢູ່ທີ່ທາງດ່ວນ ສົ່ງຜົນໃຫ້ມີຜ້ເສຍຊີວິດ 1 ຄົນ ແລະ ບາດເຈັບ 3 ຄົນ ແລະ ພາຫະນະໄດ້ຮັບຄວາມເສຍຫາຍໜັກ.ຕໍ່ກັບ
ເຫດການດັ່ງກ່າວ, ທ່ານຮອງຫົວໜ້າພະແນກຕຳຫລວດຈະລາຈອນ ແຂວງວຽງຈັນໃຫ້ຮູ້ວ່າ: ອຸປະຕິເຫດໄດ້ເກີດຂຶ້ນໃນເວລາ 18 ໂມງ 00 ຂອງວັນທີ 31 ມັງກອນ, ໂດຍ
ມີລົດຣີໂວ ຕຳທ້າຍລົດຟໍຈຸນເນີ ຢູ່ຈຸດບ້ານຫີນຕິດ ເມືອງວັງວຽງທີ່ຕໍ່ໃສ່ເມືອງຫີນເຫີບ (ເສັ້ນທາງກັບຈາກວັງວຽງ-ນະຄອນຫລວງວຽງຈັນ), ສາເຫດແມ່ນເກີດຈາກລົດຣີໂວ
ແລ່ນໄວເກີນກຳນົດ ໄປຕຳໃສ່ທ້າຍລົດຟໍຈູນເນີທີ່ແລ່ນຢູ່ເລນທີ່ກຳນົດຄວາມໄວ 70-90ກິໂລແມັດ/ຊົ່ວໂມງ ແລ້ວຖະໄຫລໄປໄກ 200 ກວ່າແມັດ, ສົ່ງຜົນໃຫ້ຜູ້ນັ່ງເບາະໜ້າ
ຂ້າງຄົນຂັບລົດຣີໂວເສຍຊີວິດຄາທີ່ 1 ຄົນ, ເພດຊາຍ ອາຍຸ 23 ປີ ເປັນນັກສຶກສາ ສ່ວນຜູ້ຂັບເປັນເພດຍິງອາຍຸ 21 ປີ ໄດ້ຮັບບາດເຈັບສົມຄວນ ສ່ວນຜູ້ຂີ່ຢູ່ເບາະຫລັງ 2 ຄົນໄດ້ບາດເຈັບເລັກໜ້ອຍ ແລະຜູ້ຂັບຂີ່ລົດຟໍຈູນເນີໄດ້ຮັບບາດເຈັບເລັກໜ້ອຍ.