ຄົນເກີດວັນຈັນ:ການງານ ເດີນທາງໄກເພື່ອໄປເຈລະຈາທຸລະກິດຈະປະສົບຄວາມສຳເລັດ ການເງິນ ມີໂຊກຈະໄດ້ໂຊກຈາກຊັບສິນທີ່ຜູ້ໃຫຍ່ມອບໃຫ້ ຄວາມຮັກມີໂອກາດພົບຮັກຈາກການເດີນທາງຕິດຕໍ່ງານໃນໄວໆນີ້
ຄົນເກີດວັນອັງຄານ:ການງານ ມີການເຈລະຈາແບບສ່ວນຕົວກັບຜູ້ໃຫຍ່ເກີດຂໍ້ຕົກລົງທີ່ດີ ການເງິນ ພົບຜູ້ໃຫຍ່ອຸປະຖຳທາງດ້ານການເງິນໃຫ້ແກ່ທ່ານ ຄວາມຮັກ ຄວາມໃຈຮ້ອນຈະເຮັດໃຫ້ເກີດຄວາມສຳພັນແຕກແຍກ ເລີກລາ ຢ່າຮ້າງ ກັບຄົນຮັກ
ຄົນເກີດວັນພຸດ:ການງານ ພົບຄວາມຈະເລີນຮຸ່ງເຮືອງກ້າວໜ້າດີຫຼາຍໃນດ້ານການງານ ການເງິນ ຄິດເງິນກໍໄດ້ເງິນເປັນມື້ຮັບຊັບຂອງທ່ານເລີຍ ຄວາມຮັກ ພົບຄົນຜິວສອງສີຈາກການເດີນທາງຕິດຕໍ່ເຮັດທຸລະກຳທາງການເງິນ
ຄົນເກີດວັນພະຫັດ:ການງານ ເຮັດວຽກຮ່ວມກັນເປັນທີມງານເກີດຄວາມເຄັ່ງຄຽດ ການເງິນ ມີໂຊກເຂົ້າມາເຮັດໃຫ້ຮູ້ສຶກດີໃຈແຕ່ໃຫ້ລະວັງລາຍຈ່າຍ ຄວາມຮັກ ພົບຄົນຜິວຂາວທີ່ບໍ່ໜ້າໄວ້ໃຈເຂົ້າມາໃຫ້ຮູ້ຈັກ ແລະ ຮູ້ສຶກດີ
ຄົນເກີດວັນສຸກ:ການງານ ການລົງນາມເອກະສານສັນຍາທຸລະກິດເກີດຄວາມຊ້າຕ້ອງລະວັງເລື່ອງການເຊັນສັນຍາ ການເງິນ ຫາເງິນເຂົ້າມາໄດ້ເປັນຈຳນວນຫຼາຍແຕ່ກໍຈ່າຍອອກໄປຫຼາຍເຊັ່ນກັນ ຄວາມຮັກ ມີໂອກາດພົບຮັກ ພົບຄູ່ຄອງ ທີ່ຮູ້ສຶກດີ ແລະ ຮູ້ສຶກວ່າບຸກຄະລິກມີຄວາມຕົງຕາມທີ່ທ່ານມັກ
ຄົນເກີດວັນເສົາ:ການງານ ໄດ້ເລີ່ມຕົ້ນທຸລະກິດໃໝ່ຮ່ວມກັບທີມງານໄດ້ກຳໄລເພີ່ມຫຼາຍຂຶ້ນ ການເງິນ ມີໂອກາດເຮັດເລື່ອງຂໍເຄຣດິດກູ້ຢືມເງິນຈາກທະນາຄານ ຄວາມຮັກ ເກີດຄວາມຫ່າງເຫີນ ແລະ ບໍ່ເຂົ້າໃຈກັນຕ້ອງລະວັງເລື່ອງຂອງອາລົມ
ຄົນເກີດວັນອາທິດ:ການງານ ມີຄວາມກ້າຫາຍທີ່ຈະຕັດສິນໃຈສ້າງສັນຜົນງານໄດ້ຢ່າງດີເດັ່ນ ການເງິນ ຈະໄດ້ເງິນຈາກຄວາມສາມາດຂອງທ່ານເອງ ເພາະຢູ່ໃນໄລຍະເງິນທອງໄຫຼມາເທມາ ຄວາມຮັກ ຄົນຮັກຈະເຂົ້າມາຊ່ວຍເຫຼືອ ແລະ ຄອຍຖ້າອຸປະຖຳທ່ານທຸກໆເລື່ອງ