ຂໍແຈ້ງໃຫ້ປະຊາຊົນຮັບຮູ້ ວ່າເປັນຫຍັງໂທມາແລ້ວກູ້ໄພເຮົາບໍ່ສາມາດອອກເຫດໄດ້ ເນື່ອງຈາກລົດທີ່ເຮົາໃຊ້ອອກເຫດທຸກມື້ປະຈຸບັນແມ່ນໄດ້ ເປເພດ້ານເຄື່ອງຈັກ ແລະ ບໍ່ສາ
ມາດປາດຫນ້າຝາສູບໄດ້ແລ້ວ ຕ້ອງໄດ້ຊື້ ຂອງມື 2 ມາໃສ່ ລາຄາຄ້າວໆ ຈາກຮ້ານອາໄຫລ່ 7500฿ ລາຄາຫນ້າຝາສູບຄົບຊຸດ ແລະຍັງລາຄາອາໄຫລ່ບາງສ່ວນເລັກນ້ອຍ
ເນື່ອງຈາກລົດກູ້ໄພເຮົາມີຄັນດຽວພາຍໃນເມືອງແລ່ນທຸກມື້ຈົນປະສົບບັນຫາ ເນື່ອງຈາກປະຈຸບັນລົດສຸກເສີນ ຫມາຍເລກ1 ທີ່ແລ່ນຮັບໃຊ້ສັງຄົມ ພາຍໃນເມືອງ ປາກງື່ມ ເກີດ
ບັນຫາຄວາມຮ້ອນຂຶ້ນໄວ ແລ່ນໄດ້ໄລຍະສັ້ນລົງ ເພາະເປັນລົດທີ່ນຳໃຊ້ມາຫລາຍປີແລ້ວແລະແລ່ນເຫດ 1 ໄປກັບສູນກູ້ໄພບໍ່ຕຳກວ່າ 100 ກິໂລ ຕໍ່ 1 ຖ້ຽວ ຫນ່ວຍງານເຮົາຈຶ່ງ
ຂໍແຈ້ງສັງຄົມທຸກພາກສ່ວນຮັບຮູ້ ພວກເຮົາຈະພາຍາຍາມລະດົມຂົນຂວຍໃຫ້ໄດ້ສ້ອມແປງແລະກັບມາຮັບໃຊ້ສັງຄົມໃນໄວໆນີ້ ຫລືທ່ານຢາກຮ່ວມຊ່ວຍເຫລືອໄດ້ ຄົນລະ 10000-20000 ກີບຫລາຍຄົນຊ່ວຍກໍ່ໄດ້
ຜ່ານບັນຊີ ຄະນະບໍລິຫານງານຫນ່ວຍກູ້ໄພປາກງື່ມ ທະນາຄານການຄ້າເລກບັນຊີ:010-12-00-01278328-001 ພ້ອມດ້ວຍຄຳວ່າ:ຊ່ວຍກູ້ໄພແປງລົດ ຫລືທ່ານສາມາດມາດ້ວຍຕົວທ່ານເອງ ທີ່ບ້ານ ບໍ່ເຫລັກເມືອງໄຊທານີ ແຂວງນະຄອນຫລວງວຽງຈັນ ສອບຖາມຂໍ້ມູນເພີ່ມເຕີມ ໂທ:020 98483839:02054323636