ເຊື້ອພະຍາດໂຄວິດ-19 ກາຍພັນ ປະມານ4.000 ຊະນິດ ຕາມຂ່າວຈາກ ລອນດອນ,ວັນທີ4ກຸມພານີ້, ອັງກິດ ເປີດເຜີຍວ່າ: ຂະນະນີ້ ມີເຊື້ອ ພະຍາດ ໂຄວິດ-19 ກາຍພັນ ປະມານ 4.000 ຊະນິດ ທົ່ວໂລກ ແລະ ເຮັດໃຫ້ຜູ້ຜະລິດ ວັກຊິນ ເຊັ່ນ ໄຟເຊີ ແລະ ແອສຕຣາເຊເນກາ ພວມຫາທາງ ປັບປຸງ ວັກຊິນ ເຊັ່ນກັນ ຫລັງຈາກ ທ່ານ
ນາດິມ ຊາຮາວີ,ລັດຖະມົນຕີ ຊີ້ນຳ ດ້ານການກະກຽມ ວັກຊິນ ປ້ອງກັນ ໂຄວິດ-19 ລະບຸວ່າ: ອັງກິດ ມີອຸດສາຫະກຳ ການສຶກສາ ລຳດັບ ຈີໂນມ(Genome) ຂະໜາດ ໃຫຍ່ທີ່ສຸດ ໂດຍຄິດເປັນ ອັດຕາສ່ວນ 50%ຂອງອຸດສາຫະກຳ ທົ່ວໂລກ ແລະ ຍັງໄດ້ເກັບຂໍ້ມູນ ຂອງເຊື້ອໂຄວິດ ສາຍພັນໃໝ່ ເພື່ອກຽມຮັບມື ກັບຄວາມທ້າທາຍ ຂອງເຊື້ອ
ພະຍາດ ທີ່ອາດເກີດຂຶ້ນໃໝ່ ແລະ ຜະລິດວັກຊິນ ລຸ້ນໃໝ່ ໄດ້ຕະຫລອດເວລາ.ປັດຈຸບັນ ອັງກິດ ມີຜູ້ຕິດເຊື້ອ ສະສົມ 3,8 ລ້ານກວ່າຄົນ ແລະ ເສຍຊີວິດ 109.000 ກວ່າຄົນ ຕິດເປັນອັນດັບ 5ຂອງໂລກ./.
ຮຽບຮຽງຂ່າວໂດຍ ສະໄຫວ