ວັນຈັນ:ການງານ ຈະເຮັດສິ່ງໃດໃນຊ່ວງນີ້ປະສົບຄວາມສຳເລັດ ແລະຕ້ອງພົບຄວາມວຸ້ນວາຍ ຫລືຄວາມກົດດັນຕ່າງໆ ແຕ່ກໍຈະຄຸ້ມຄ່າກັບຄວາມພະຍາຍາມໃນຕອນນີ້ ການເງີນ ມີໂຊກຈະໄດ້ເງີນເຂົ້າມາ ມີເລື່ອງທີ່ຕ້ອງຈ່າຍ ແຕ່ກໍຈະໄດ້ເງີນເຂົ້າມາຢ່າງຕໍ່ເນື່ອງ ມີຄວາມຫມັ້ນຄົງ ແລະຈະເລີນຮຸ່ງເຮືອງທາງດ້ານການເງີນເປັນຢ່າງຫລາຍ ຄວາມຮັກ ລະວັງຄວາມໃຈຮ້ອນສົ່ງຜົນຕໍ່ຄວາມຫຶງຫວງ ຄວາມຮູ້ສຶກບາງຢ່າງຈະເຮັດໃຫ້ເກີດຄວາມກັງວົນໃຈໃນມື້ນີ້
ວັນຄານ:ການງານ ຊ່ວງນີ້ເຮັດສິ່ງໃດກໍຈະສຳເລັດໄປໄດ້ດ້ວຍດີ ແຕ່ຕ້ອງລະວັງຄວາມໃຈຮ້ອນ ຕ້ອງຄ່ອຍໆ ເຮັດ ຄ່ອຍໆ ຄິດ ຄ່ອຍໆ ຕັດສິນໃຈ ໂອກາດທີ່ມີໃຫ້ເຈົ້າຊະຕາຢູ່ສະເໝີ ການເງີນ ມີໂຊກນ້ອຍໆ ເຂົ້າມາ ແຕ່ເຈົ້າຊະຕາຕ້ອງລະວັງໃຜບາງຄົົນທີ່ເຂົ້າມາເພື່ອມາຢິບຢືມເງີນຂອງເຈົ້າຊະຕາໃນຊ່ວງນີ້ ຄວາມຮັກ ຍັງບໍ່ຕັດສິນໃຈໃນເລື່ອງຄວາມຮັກ ເພາະເລື່ອງໄລຍະທາງ ແລະເວລາຍັງສົ່ງຜົນຕໍ່ຄວາມສຳພັນ ຊ່ວງນີ້ເບິ່ງໆ ກັນໄປກ່ອນຈະດີທີ່ສຸດ
ວັນພຸດ;ການງານ ມີການເດິນທາງໄກ ຫລືມີການປ່ຽນແປງໃນເລື່ອງການງານໃນຊ່ວງນີ້ ຈະໄດ້ຮັບປະສົບການໃໝ່ໆ ທີ່ບໍ່ເຄີຍຮູ້ມາກ່ອນ ການເງີນ ລະວັງການໃຊ້ຈ່າຍ ແລະການໃຊ້ເງີນໃນຊ່ວງນີ້ ໃຊ້ຈ່າຍຢ່າງປະຢັດອ້ອມຄອບໃຫ້ຫລາຍທີ່ສຸດຈຶ່ງຈະດີ ຄວາມຮັກ ຢັງກັງວົນໃຈໃນເລື່ອງຄວາມຮັກ ແລະເລື່ອງເວລາທີ່ສົ່ງຜົນຕໍ່ຄວາມສຳພັນລະຫວ່າງກັນທີ່ຍັງບໍ່ຄ່ອຍລົງຕົວນັກ
ວັນພະຫັດ:ການງານ ຍັງມີຄວາມຕິດຂັດ ຊ່ວງນີ້ລະວັງຄວາມຜິດພາດທາງດ້ານການງານ ແລະຕ້ອງເມື່ອຍເປັນພິເສດ ການເງີນ ວາງແຜນການໃຊ້ຈ່າຍທາງດ້ານການເງີນໄດ້ຢ່າງເປັນໂຊກ ຈະໄດ້ເງີນເຂົ້າມາຈາກການເຈລະຈາຕໍ່ລອງບາງຢ່າງກໍເປັນໄປໄດ້ ຄວາມຮັກ ລະວັງຄວາມກົດດັນທີ່ສົ່ງຜົນຕໍ່ຄວາມສຳພັນໃນຊ່ວງນີ້ ໃນເລື່ອງຄວາມຮັກກໍຍັງມີໂອກາດໄດ້ຄົບຫາຄົົນທີ່ອາຍຸນ້ອຍກວ່າ
ວັນສຸກ:ການງານ ຈະຈັບຂະເຮັດທຸລະກິດ ຫລື ງານຫຍັງໃນຊ່ວງນີ້ມີເລື່ອງວຸ້ນວາຍໃຈຕະຫລອດ ແຕ່ສຸດທ້າຍກໍຈະປະສົບຜົນສຳເລັດຢ່າງທີ່ຄາດຫວັງ ການເງີນ ມີໂຊກທາງດ້ານການເງີນ ມີຄວາມກັງວົນໃຈກ່ອນແລ້ວຈຶ່ງຈະໄດ້ເງີນ ໄດ້ໂຊກເຂົ້າມາເພິ່ມເຕິມເພີ່ມຂຶ້ນ ຄວາມຮັກ ຜູ້ທີ່ຄົບຫາກັນມາດົນແລ້ວ ມີການວາງແຜນໃນການຊີວິດຄູ່ຮ່ວມກັນທີ່ຈະເປັນຄວາມສຸກສົມຫວັງ
ວັນເສົາ:ການງານ ທຸລະກິດການງານມີຄວາມກ້າວໜ້າ ປະສົບຄວາມສຳເລັດເປັນຢ່າງດີ ຈະລົງທຶນເຮັດສິ່ງໃດ ຫລືເຮັດທຸລະກິດໃດໆ ຈະປະສົບຄວາມສຳເລັດຢ່າງຄາດບໍ່ເຖິງ
ການເງີນ ວາງແຜນ ແລະຄວບຄຸມການໃຊ້ຈ່າຍຢ່າງສຸຂຸມອ້ອມຄອບຈະເຮັດໃຫ້ບໍ່ປະສົບບັນຫາທາງດ້ານການເງີນນັ້ນເອງ ຄວາມຮັກ ເປັນມື້ໂຊກດີຫລາຍໆ ຂອງເຈົ້າຊະຕາ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈ ດ້ວຍບຸນເກົ່ານຳພາມາໃຫ້ໄດ້ພົບກັນ
ວັນອາທິດ:ການງານ ມີໂອກາດປັບປ່ຽນ ປ່ຽນແປງໂຍກຍ້າຍ ກ່ຽວກັບເລື່ອງການເດິນທາງຕິດຕໍ່ການງານຕ່າງໆ ເຈົ້າຊະຕາໂຊກດີ ເພາະຈະມີຄົນຊ່ວຍເຫລືອເຈົ້າຊະຕາໄດ້ສະເໝີ
ການເງີນ ມີຄວາມກັງວົນໃຈ ແຕ່ກໍຈະໄດ້ເງີນເພີ່ມຂຶ້ນຢ່າງເປັນໂຊກ ຄວາມຮັກ ຈະໄດ້ພົບໃຜບາງຄົົນທີ່ເຮັດໃຫ້ເຈົ້າຊະຕາຮູ້ສຶກມີຄວາມສຸກ ຊຶ່ງທ່ານເປັນຄົນເກັ່ງ ມີຄວາມສາມາດ ມີຄວາມເປັນຜູ້ນຳ ມີຄວາມຮູ້ທາງດ້ານພາສາຫລາຍກວ່າໜຶ່ງພາສາ