ນັບແຕ່ເສັ້ນທາງດ່ວນວຽງຈັນ-ວັງວຽງໄດ້ເປີດນຳໃຊ້ຢ່າງເປັນທາງການມາແຕ່ວັນທີ 20 ທັນວາ 2020 ເປັນຕົ້ນມາ ເຫັນວ່າມີມວນຊົນຫັນໄປນຳໃຊ້ເສັ້ນທາງມີມວນຊົນຫັນໄປນຳໃຊ້ເສັ້ນທາງດັ່ງກ່າວຢ່າງຫລວງຫລາຍພາຍມາກ ໂດຍສະເພາະແມ່ນຊາວນະຄອນຫລວງວຽງຈັນ ອັນສາເຫດກໍຍ້ອນວ່າມັນສະດວກສະບາຍ, ໄປມາວ່ອງໄວທັນໃຈ, ປະຢັດເວລາ ແລະ ທັງບໍ່ສິ້ນເປືອງພາຫະນະອີກດ້ວຍ. ໃນການເດີນທາງກໍໃຊ້ເວລາພຽງ 1 ຊົ່ວໂມງກວ່າກໍເຖິງຈຸດທີ່ໝາຍແລ້ວ. ຍ້ອນສະພາບ ແລະ ເງື່ອນໄຂດັ່ງກ່າວຈຶ່ງເຮັດໃຫ້ຄົນ
ຈຳນວນບໍ່ໜ້ອຍຫັນໄປນຳໃຊ້ສາຍທາງດ່ວນຢ່າງບໍ່ຂາດໄລຍະໃນແຕ່ລະວັນ. ພິເສດສະເພາະວັນເສົາ ແລະ ວັນອາທິດ ຍິ່ງມີຊາວນະຄອນຫລວງວຽງຈັນພາກັນຫລັ່ງໄຫລໄປທ່ອງທ່ຽວກິນລົມຊົມວິວ ແລະ ຊົມທັດສະນີຍະພາບຄວາມສວຍງາມຂອງທຳມະຊາດເມືອງວັງວຽງຢ່າງເປັນຂະບວນຄຶກຄື້ນ, ລົ້ນຫລາມ ແລະ ດ້ວຍບັນຍາກາດມ່ວນຊື່ນຟົດຟື້ນ.ສິ່ງທີ່ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງ ກໍຄືນັບແຕ່ເປີດເສັ້ນທາງດ່ວນວຽງຈັນ-ວັງວຽງ ທິດກໍ່າໄດ້ໄປສຳຜັດຕິດຕາມສະພາບລາວທ່ຽວລາວຢູ່ເມືອງວັງວຽງມາແລ້ວສອງຄັ້ງ ເຊິ່ງແຕ່ລະຄັ້ງ
ຫາເລາະຈອງເຮືອນພັກ ຫລື ໂຮງແຮມບ່ອນໃດກໍເຕັມ ຖ້າບໍ່ມີແຜນຈອງໄວ້ລ່ວງໜ້າ ຫລື ຖ້າຕ້ອງການໄປນອນພັກແຮມຄືນຕ້ອງໄດ້ອອກເດີນທາງອ່າວເຊົ້າແດ່ ເພື່ອຈອງທີ່ພັກບ່ອນເໝາະສົມແລ້ວຈຶ່ງອອກໄປທ່ຽວຕາມອັດທະຍາໄສ, ຖ້າບໍ່ດັ່ງນັ້ນກໍຈະລຳບາກໃນການຊອກຫາທີ່ພັກເຊົາແຮມຄືນ ເພາະບັນຍາກາດຄົນໄປທ່ອງທ່ຽວເມືອງວັງວຽງຊ່ວງນີ້ພວມຄຶກຄັກ ແລະ ມັນກໍກຸ້ມຄ່າກັບການໄປທ່ອງທ່ຽວອີ່ຫລີ. ສ່ວນໃນເລື່ອງເນື້ອໃນຮູບການ, ວິທີການ ຕະຫລອດລາຍການໄປທ່ຽວນັ້ນ ກໍສຸດແລ້ວແຕ່ການຈັດຫາຕາມໃຈ
ມັກ ເປັນຕົ້ນຂີ່ເຮືອກາຍັກລ່ອງນ້ຳຊອງ, ທ່ຽວຊົມຖ້ຳແຕ່ລະຖ້ຳທີ່ມີເຊັ່ນ: ຖ້ຳຈັງ, ຖ້ຳລົມ ແລະ ຖ້ຳອື່ນໆທີ່ມີໃນອ້ອມແອ້ມພູຜາທຳມະຊາດເມືອງວັງວຽງ. ນອກນັ້ນ ຖ້າຜູ້ໃດມັກໄປແບບຄອບຄົວກໍພາກັນເອົາສາດ, ເອົາໝອນ ຫລື ເຄື່ອງສຳພາລະ ເຄື່ອງຢູ່ຂອງກິນໄປນັ່ງຕາມແຄມແມ່ນ້ຳຊອງ ທັງອາບນ້ຳໄຫລໃສເຢັນຢ່າງມີຄວາມສຸກ ແລະ ສົດຊື່ນ. ນອກຈາກທີ່ກ່າວມານີ້ແລ້ວ ກໍຍັງມີກິດຈະກຳອື່ນໆໃຫ້ເລືອກສຸດແລ້ວແຕ່ຄວາມມັກຂອງໃຜມັນ.ດັ່ງພວກເຮົາໄດ້ເຂົ້າໃຈ ແລະ ຮັບຮູ້ນຳກັນແລ້ວວ່າ: ສະພາບຜ່ານມາ ຄື
ນັບແຕ່ມີໂຣກລະບາດຈັງໄຮໂຄວິດ-19 ມາອາລະວາດຊາວໂລກ ກໍຄືຢູ່ປະເທດເຮົາ ໄດ້ເຮັດໃຫ້ຊາວຕ່າງຊາດບໍ່ສາມາດເຂົ້າມາທ່ອງທ່ຽວລາວເກືອບສອງປີເຕັມແລ້ວ. ຈາກຜົນກະທົບດັ່ງກ່າວຈຶ່ງເຮັດໃຫ້ລາຍຮັບດ້ານອຸດສາຫະກຳການທ່ອງທ່ຽວປະເທດເຮົາຫລຸດລົງຫລາຍພັນຕື້. ຖ້າທຽບໃສ່ກ່ອນບໍ່ທັນມີພະຍາດໂຄວິດ-19 ມາແຜ່ລະບາດຢູ່ບ້ານເຮົາ ເວົ້າໄດ້ວ່າເມືອງວັງວຽງເປັນມົນສະເໜ່ຂອງນັກທ່ອງທ່ຽວຕ່າງແດນ ນັບທັງຊາວເອີຣົບ ແລະ ອາຊີ. ສະເພາະເມືອງວັງວຽງເອງກໍເປັນເມືອງໜຶ່ງທີ່ຕັ້ງຢູ່ໃນພາກກາງຂອງປະເທດລາວ
ເຮົາ ທີ່ມີພູຜາປ່າໄມ້, ຖ້ຳຮູພູເຂົາ, ປ່າດົງພົງໄພ ແລະ ແມ່ນ້ຳລຳເຊທີ່ສວຍສົດງົດງາມ ສາມາດດຶງດູດເອົານັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດເຂົ້າໄປສຳຜັດຢ່າງຫລວງຫລາຍໃນແຕ່ລະປີ.ໃນເງື່ອນໄຂທີ່ໂຣກລະບາດໂຄວິດ-19 ຍັງບໍ່ທັນມີທ່າທີຫລຸດໜ້ອຍຖອຍລົງ ແລະ ຍິ່ງຂະຫຍາຍແຜ່ລາມໃສ່ຄົນໃນທົ່ວໂລກ ກໍຄືພາກພື້ນ ທັງຢູ່ໃນປະ
ເທດເຮົາສົມທົບກັບໂຄງການກໍ່ສ້າງສາຍທາງດ່ວນໄລຍະທີໜຶ່ງວຽງຈັນ-ວັງວຽງໄດ້ສຳເລັດລົງ ແລະ ເປີດນຳໃຊ້ບໍລິການໃນຕົ້ນປີ 2021 ນີ້, ລັດຖະບານໄດ້ມີໂຄງການສົ່ງເສີມລາວທ່ຽວລາວໃຫ້ມີບັນຍາກາດອັນໃໝ່ ທັງຟື້ນຟູການທ່ອງທ່ຽວຄືນສູ່ສະພາບປົກກະຕິ ຈຶ່ງເຮັດໃຫ້ເມືອງວັງວຽງໃນຊ່ວງນີ້ເຕັມໄປດ້ວຍບັນຍາກາດຄຶກຄັກ ຄິດວ່າໃນຫລາຍແຫ່ງຖ້າເສັ້ນທາງການໄປມາສະດວກສະບາຍວ່ອງໄວ, ໄປງ່າຍມາງ່າຍ ໂຄງການສົ່ງເສີມລາວທ່ຽວລາວຕ້ອງໄປຕາມເປົ້າຢ່າງແນ່ນອນ.