ຄົນເກີດວັນຈັນ:ການງານ ເກີດການເຈລະຈາຕໍ່ລອງແລ້ວມີໂອກາດທີ່ຈະໄດ້ຮັບຕຳແໜ່ງໃໝ່ ການເງິນ ຈະໄດ້ພົບຜູ້ອຸປະຖຳທາງການເງິນເຂົ້າມາໃຫ້ໃຊ້ຈ່າຍ ຄວາມຮັກ ຍັງບໍ່ຕັດສິນໃຈເລື່ອງຄວາມຮັກເພາະເກີດບັນຫາຮັກຊ້ອນ
ຄົນເກີດວັນອັງຄານ:ການງານ ຜູ້ທີ່ມີຕຳແໜ່ງຢູ່ອາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງໃນໄວໆນີ້ ການເງິນ ໃຊ້ເງິນທີ່ມີຢູ່ໄປໃຊ້ພາລະໜີ້ສິນເກົ່າ ຈະເຮັດໃຫ້ທ່ານໄດ້ຮັບໂຊກ ຄວາມຮັກ ໄດ້ພົບຮັກກັບຄົນຜິວຂາວແຕກຕ່າງເລື່ອງຂອງອາຍຸ
ຄົນເກີດວັນພຸດ:ການງານ ມີການເຈລະຈາທຸລະກິດແບບລັບໆ ບໍ່ເປີດເຜີຍ ຈະເກີດການປ່ຽນແປງໄປສູ່ຄວາມສຳເລັດ ການເງິນ ຈະເສຍເງິນອອກໄປເປັນຈຳນວນຫຼາຍຕ້ອງລະວັງເລື່ອງລາຍຈ່າຍ ຄວາມຮັກ ສະຖານະການເປັນແບບບໍ່ຄ່ອຍມີເວລາໃຫ້ກັບຄົນຮັກ
ຄົນເກີດວັນພະຫັດ:ການງານ ເຮັດອາຊີບການເຈລະຈາ ເຮັດອາຊີບນັກວາງແຜນ ຫຼື ໃຫ້ຄຳປຶກສາ ຈະເຮັດໃຫ້ມີຊື່ສຽງໂດ່ງດັ່ງ ການເງິນ ມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃຫ້ໃຊ້ຈ່າຍຫຼາຍກວ່າປົກກະຕິ ຄວາມຮັກ ຖ້າບໍ່ໃຊ້ອາລົມໃຈຮ້ອນຈະສົມຫວັງເລື່ອງຄວາມຮັກ
ຄົນເກີດວັນສຸກ:ການງານ ພົບການປ່ຽນແປງຍົກຍ້າຍເລື່ອງຂອງວຽກງານ ການເງິນ ຈະຮັບຊັບໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ໃຊ້ຈ່າຍ ແຕ່ຕ້ອງລະວັງເລື່ອງຂອງລາຍຈ່າຍ
ຄວາມຮັກ ອາດຕົກຢູ່ໃນສະຖານະການຮັກທີ່ມີອຸປະສັກຕ້ອງລະວັງເລື່ອງຂອງອາລົມ
ຄົນເກີດວັນເສົາ:ການງານ ຕ້ອງເດີນທາງຕິດຕໍ່ງານຫຼາຍທີ່ເກີດຄວາມສຳເລັດດີ ການເງິນ ມີໂອກາດໄດ້ຮັບເງິນ ແຕ່ກໍຕ້ອງໄດ້ຜ່ອນຊໍາລະໜີ້ສິນ ຄວາມຮັກ ຄວາມສຳພັນຢູ່ໃນເກນທີ່ດີແຕ່ໃຫ້ລະວັງເລື່ອງຂອງປາກສຽງ
ຄົນເກີດວັນອາທິດ:ການງານ ເກີດຄວາມສຳເລັດທາງດ້ານທຸລະກິດຕ້ອງໃຫ້ລະວັງການເຈລະຈາ ການເງິນ ຫາເງິນໄດ້ເຂົ້າມາເລື້ອຍໆ ຄວນເກັບເງິນໃຫ້ຫຼາຍໆ ຄວາມຮັກ ມີໂອກາດໄດ້ພົບຄົນທີ່ມີເຂົ້າມາໃຫ້ຮູ້ຈັກ