ນະຄອນຫຼວງວຽງຈັນ: ລາຍງານຈາກເຈົ້າຂອງຄວາຍ ທີ່ໃຊ້ເຟສບຸກ Moui Moui ໄດ້ໂພດເຕືອນໄພ ໂຈນລັກຄວາຍ. ເຊິ່ງ ໄດ້ມາລັກຂ້າເອົາຄວາຍ 15 ໂຕ ທີ່ລ້ຽງຢູ່ເຂດ
ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ.ໂດຍໂຈນມີທັງໝົດ 3 ຄົນ ເປັນເພດຊາຍ ໃຊ້ລົດກະບະເກຍ ສີຂາວ ທະບຽນ ກໍາແພງນະຄອນ ກທ 1846.
ມຸ້ຍ ມຸ້ຍ ໂພດບອກວ່າ :”ຈຸດຈົບໂຈນລັກຄວາຍ ບໍ່ມີຍັງຫລາຍລັກຄວາຍ 15 ໂຕ…ເທວະດາຂາຍຫນ້າ…ບາບນຳກະໄລ່…..ຂອບໃຈອ້າຍນ້ອງ..ປກສ… ເບີ່ງຫນ້າພວກມັນໄວ້
ໃຜເຄີຍຖືກແກ້ງໂຈນລັກຄວາຍແກ້ງນີ້ລັກຄວາຍຂອງໂຕເອງຟ້າວໄປແຈ້ງອ້າຍຕຳຫຼວດເພີ່ນເດີ້ ໂທດມັນຊິໄດ້ຫຼາຍໆ”ປະຈຸບັນ, ຄະດີດັ່ງກ່າວແມ່ນຢູ່ໃນຊັ້ນຕອນການດໍາເນີນ
ການຂອງເຈົ້າໜ້າທີ່.ເຕືອນໄປທຸກຄົນ ທີ່ມີສັດລ້ຽງຕ້ອງລະມັດລະວັງ
ຊົ່ວແທ້ນໍ້ ສາມສ່ຽວຖືກ ຈັບຂະນະກໍ່ເຫດຂ້າ ແລະ ລັກ ເອົາຄວາຍ 15 ໂຕ
ຊົ່ວແທ້ນໍ້ ສາມສ່ຽວຖືກ ຈັບຂະນະກໍ່ເຫດຂ້າ ແລະ ລັກ ເອົາຄວາຍ 15 ໂຕ