ອາກາດອາທິດນີ້ຍັງເຢັນ ຫາ ໜາວເຢັນ ໃນຕອນກາງຄືນ ຫາ ເຊົ້າ, ສ່ວນຕອນບ່າຍອາກາດຮ້ອນ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 1 ຫາ 7 ກຸມພາ 2021 ວ່າ: ຄວາມກົດດັນສູງຂອງອາກາດໜາວໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ
ຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ແຂວງພາກກາງ
ແລະ ພາກໃຕ້ ໃນຕອນບ່າຍອາກາດຮ້ອນ, ສໍາລັບຢູ່ແຂວງພາກເໜືອ, ເຂດພູສູງ ແລະ ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ອາກາດຍັງໜາວເຢັນ ຫາ
ໜາວຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມຈະມີຝົນຕົກຄ່ອຍ ແລະ ລົມພັດແຮງເປັນບາງໂອກາດ.ຄາດຄະເນສະພາບອາກາດ ໃນແຕ່ລະພາກ