ພະຍາກອນອາກາດ ປະຈໍາວັນທີ 01 ກຸມພາ 2021 ມວນອາກາດເຢັນທີ່ມີກຳລັງປານກາງຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນ
ອອກພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດໜາວເຢັນຢູ່ໃນແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.
ລາຍງານຂໍ້ມູນອຸຕຸກະເສດ: ສຳຫຼັບພະຍາດແມງໄມ້ ແມ່ນ ແຂວງ ສະຫວັນນະເຂດ ແມ່ນມີຄວາມສ່ຽງໃນລະດັບປານກາງ ແລະ ຂໍ້ມູນສຳຫຼັບເຂົ້ານາແຊງ ແມ່ນ ໃຫ້ເອົາໃຈໃສ່
ຕິດຕາມເຝົ້າລະວັງ ສະພາບອາກາດໜາວເຢັນທີ່ມີຄວາມສ່ຽງໃນລະດັບປານກາງ ພ້ອມກັນນັ້ນກໍ່ໃຫ້ເພີ່ມລະດັບນ້ຳໃນນາເພື່ອຫຼຸດຜ່ອນຄວາມເສຍຫາຍຈາກອາກາດໜາວເຢັນ
ພະຍາກອນອາກາດ ປະຈໍາວັນທີ 01 ກຸມພາ 2021