ໄຟໄໝ້ໂຮງໝໍ ເລີ່ມທີ່ຫ້ອງໄອຊີຢູເດັກ ຕອນນີ້ຍັງບໍ່ຮູ້ຊາຕາກຳ ທີ່ປະເທດຊີລີ ໃນລັດຊັນຕິອາໂກ ໄດ້ເກີດເຫດໄຟໄໝ້ໂຮງໝໍ San Borja Arriaran ເວລາ 7:30 ໂມງ ຕາມເວລາທ້ອງຖິ່ນ ເຊິ່ງບໍ່ທັນຮູ້ສາເຫດຂອງໄຟໄໝ້ແຕ່ເປັນຂ່າວທີ່ເສົ້າຫຼາຍເພາະຕົ້ນໄຟເກີດຈາກຫ້ອງມໍລະສຸມຂອງເດັກຈົນເຖິງຂະນະນີ້ຍັງບໍ່ຮູ້ຊາຕາກຳ.ຕາມຂ່າວຕ່າງປະເທດ
ໃຫ້ຮູ້ວ່າ: ໄຟໄໝ້ຄັ້ງນີ້ໄດ້ເລີ່ມຂຶ້ນທີ່ຊັ້ນ 3ຂອງສູນ ເຊິ່ງເປັນທີ່ຕັ້ງຂອງຫ້ອງໄອຊີຢູສຳລັບເດັກ ໄຟໄດ້ໄໝ້ຢ່າງຮຸນແຮງຈົນບໍ່ສາມາດເອົາຫຍັງໄດ້ນອກຈາກການກອບກູ້ເອົາຄົນເຈັບ
ໃຫ້ໄດ້ອອກສູ່ບ່ອນປອດໄພໂດຍໄວທີ່ສຸດ.ຂ່າວລາຍງານອີກວ່າ ພາຍຫຼັງເກີດເຫດໄຟໄໝ້ບັນດາແພດໝໍໄດ້ຮີບຮ້ອນນຳເອົາຄົນເຈັບອອກຈາກຈຸດເກີດເຫດໄປຍັງໂຮງໝໍອື່ນໂດຍໄວ
ທີ່ສຸດ ໂດຍສະເພາະຜູ້ທີ່ເຈັບໜັກ, ເຊິ່ງກູ້ໄພແຈ້ງວ່າ ໃຊ້ເວລາດົນສົມຄວນກໍ່ຍັງບໍ່ສາມາດຄວບຄຸມໄຟໄວ້ໄດ້ ໃນເວລາດຽວກັນຜູ້ເສຍຊີວິດ ແລະຜູ້ປ່ວຍທັງໝົດທີ່ຢູ່ໃນໂຮງໝໍທີ່ເກີດເຫດຍັງບໍ່ທັນເກັບກຳຂໍ້ມູນໄດ້.