ອັງກິດ ສັ່ງຢຸດຖ້ຽວບິນຈາກຢູເອອີ ປ້ອງກັນໂຄວິດ-19 ຕາມຂ່າວຈາກ ລອນດອນ, ອັງກິດ ປະກາດ ຢຸດຖ້ຽວບິນ ມາຈາກ ສະຫະນະຄອນ ເອເມຣັດ ອາຣັບ(UAE) ຕັ້ງແຕ່ວັນທີ29ມັງກອນ ເປັນຕົ້ນ ເພື່ອປ້ອງກັນ ການລະບາດ ໂຄວິດ-19 ທີ່ກາຍພັນ ໃນອາຟຣິກໃຕ້ ເທົ່າກັບ ປິດເສັ້ນທາງ ການບິນ ສາກົນ ລະຫວ່າງ ນະຄອນຫລວງ ລອນ
ດອນ ແລະ ນະຄອນ ດູໄບ ຫລັງຈາກ ອັງກິດ ປະກາດເພີ່ມ ຢູເອອີ,ບູຣູນດີ ແລະ ຣູວັນດາ ໄວ້ໃນລາຍຊື່ປະເທດ ທີ່ຖືກສັ່ງຫ້າມ ເດີນທາງ ເຂົ້າປະເທດ ແຕ່ຍົກເວັ້ນ ຊາວ
ອັງກິດ, ຊາວອຽກລັງ ແລະ ຊາວຕ່າງປະເທດ ທີ່ຖືໜັງສີເດີນທາງ(ວີຊ້າ)ທີ່ພັກອາໃສ ສາມາດ ເດີນທາງເຂົ້າ ອັງກິດໄດ້ ແຕ່ຈະຕ້ອງຖືກ ກັກຕົວໃນເຮືອນ ເປັນເວລາ 10ວັນ./.
ຮຽບຮຽງຂ່າວໂດຍ ສະໄຫວ