ກຸ່ມບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ໄດ້ມອບເຄື່ອງຊ່ວຍເຫລືອໃຫ້ໂຮງໝໍທະຫານ ແຂວງອັດຕະປື ເຊິ່ງປະກອບມີ ເຄື່ອງອຸປະກອນໄຟຟ້າໂຊລາເຊວ ຈຳນວນ 10 ຊຸດ ແລະ ຈັກອັດເອກະສານ 1 ຊຸດ,ລວມມູນຄ່າທັງໝົດ 161 ລ້ານກີບ.ພິທີມອບ-ຮັບ ເຄື່ອງຊ່ວຍເຫລືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ່ 29 ມັງກອນ 2021 ນີ້ ໂດນການກ່າວ
ມອບຂອງທ່ານ ພົງໄຊໄຊຊະນະ ໄຊຍະເສນາ ປະທານກຸ່ມບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ແລະ ກ່າວຮັບໂດຍທ່ານ ພັນໂທ ໄຊຍະພອນ ແກ້ວບົວພາສິດ ຫົວໜ້າ
ຫ້ອງການພະລາທິການທະຫານ ແຂວງອັດຕະປື, ໂດຍພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ .ທ່ານ ພັນໂທ ທອງມະນີ ພົມະວິຫານ ໄດ້ກ່າວສະແດງຄວາມຂອບໃຈມາ
ຍັງກຸ່ມບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ທີ່ໄດ້ໃຫ້ການຊ່ວຍເຫລືອ ໃຫ້ແກ່ໂຮງໝໍທະຫານແຂວງ ເຊິ່ງ ເປັນອີກບາດກ້າວໜຶ່ງ ເພື່ອເຮັດໃຫ້ການບໍລິການຢູ່ພາຍໃນໂຮງໝໍທະຫານແຂວງ ມີຄວາມສະດວກວ່ອງໄວ, ພ້ອມໃຫ້ສັນຍາວ່າ ຈະນໍາໃຊ້ວັດຖຸອຸປະກອນດັ່ງກ່າວນີ້ໃຫ້ເກີດປະໂຫຍດສູງສຸດ .
ຂ່າວ: ວັດທະນາ