30 ມັງກອນນີ້ ໄທພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 930 ຄົນ ວັນທີ 30 ມັງກອນ 2021 ສູນບໍລິຫານສະຖານະການການແຜ່ລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາ 2019 ຫລື ໂຄວິດ-19 ຖະແຫລງວ່າ: ສະຖານະການໂຄວິດ-19 ຢູ່ປະເທດໄທ ພົບຜູ້ຕິດເຊື້ອໃໝ່ເພີ່ມ 930 ຄົນ ໃນນີ້ເດີນທາງມາຈາກຕ່າງປະເທດ 14 ຄົນ ແລະ ຕິດ
ເຊື້ອພາຍໃນປະເທດ 916 ຄົນ ເຮັດໃຫ້ຈຳນວນຜູ້ຕິດເຊື້ອສະສົມທັງໝົດມີ 17.953 ຄົນ, ປິ່ນປົວຫາຍ 11.505 ຄົນ, ເສຍຊີວິດເພີ່ມ 1 ຄົນ ລວມຜູ້ເສຍຊີວິດສະສົມ 77 ຄົນ.