ວັນຈັນ:ການງານ ມີໂອກາດປັບປ່ຽນ ການປ່ຽນແປງເລື່ອງການເຮັດວຽກງານ ຫລືມີການເດິນທາງກ່ອນ ແລ້ວຈະມີຄວາມສຳເລັດໃນພາຍຫຼັງ ການເງີນ ມີໂຊກຈະໄດ້ເງີນ ມີຂ່າວດີທາງດ້ານການເງີນ ມີເລື່ອງກັງວົນໃຈກ່ອນແລ້ວຈຶ່ງຈະໄດ້ໂຊກ ຄວາມຮັກ ຍັງຄິດເຖິງໃຜບາງຄົົນທີ່ເຈົ້າຊະຕາປາດຖະໜາ ຫລືຝັນເຖິງຢູ່ ຮູ້ວ່າຈະຕ້ອງເລືອກໃຜໃນຊ່ວງນີ້ນັ້ນເອງ
ວັນອັງຄານ:ການງານ ຊ່ວງນີ້ຈະເຮັດຫຍັງກໍຈະເມື່ອຍ ຈຶ່ງຄວນຫັນເບິ່ງແຍງໃນເລື່ອງຂອງສຸຂະພາບຂອງຕົນເອງ ຫລືມີການປ່ຽນແປງທາງດ້ານການງານ ເພາະເຫດຈຳເປັນບາງຢ່າງ ການເງີນ ຢູ່ໃນເກນລົງຕົວດີ ແຕ່ມີໃຜບາງຄົນຈະມາຢືມເງີນເຈົ້າຊະຕາໃນຊ່ວງນີ້ກໍເປັນໄປໄດ້ ຄວາມຮັກ ມີຄວາມສຸກ ແລະລົງຕົວຢ່າງທີ່ເຈົ້າຊະຕາປາດຖະໜາ ໃນຊ່ວງນີ້ຄວາມຮັກສົມຫວັງ
ວັນພຸດ:ການງານ ຈະເຮັດສິ່ງໃດຕ້ອງມີຄວາມສ້າງສັນ ແລະຄວາມພະຍາຍາມຈະເຮັດໃຫ້ເກີດສຳເລັດທີ່ດີ ການເງີນ ຢູ່ໃນເກນຊົງຕົວທາງດ້ານການເງີນໃນຊ່ວງນີ້ ສາມາດໝຸນຫາໃຫ້ຜ່ານພົ້ນໄປໄດ້ ແຕ່ກໍຢ່າປະ ໝາດ ຄວາມຮັກ ເບິ່ງຄືຈະດີ ແຕ່ຍັງບໍ່ແມ່ນ ເພາະເວລາທີ່ມີໃຫ້ກັນຍັງມີບໍ່ຫລາຍພໍ
ວັນພະຫັດ:ການງານ ຊ່ວງນີ້ຕ້ອງເຮັດຢ່າງເຕັມຄວາມສາມາດ ແລະການເຂົ້າຫາຜູ້ໃຫຍ່ຈະໄດ້ຮັບຄວາມຊ່ວຍເຫລືອເປັນຢ່າງດີ ການເງີນ ມີໂຊກຈະໄດ້ເງີນເຂົ້າມາ ມີເລື່ອງທີ່ຕ້ອງຈ່າຍອອກໄປ ແຕ່ກໍຈະໄດ້ຄືນເຂົ້າມາຢ່າງວ່ອງໄວດ້ວຍເຊັ່ນກັນ ຄວາມຮັກ ຊ່ວງນີ້ຄົນຮັກເກົ່າຢາກກັບມາຂໍຄືນດີ ຫລືຈະໄດ້ພົບຄົນຜິວສອງສີ
ວັນສຸກ:ການງານ ຕຶງຄຽດກ່ຽວກັບເລື່ອງການງານໃນຊ່ວງນີ້ ເພາະການຄວບຄຸມຕົ້ນທຶນຍັງບໍ່ດີພໍໍ ການເງີນ ມີແຕ່ເລື່ອງຈ່າຍໃນຊ່ວງນີ້ ມີການໃຊ້ຈ່າຍເງີນອອກໄປເປັນຈຳນວນຫລາຍໃນຊ່ວງນີ້ ຊຶ່ງບໍ່ສາມາດທີ່ຫຼີກລ້ຽງໄດ້ ຄວາມຮັກ ຄວາມສຳພັນດ້ານຄວາມຮັກຍັງເບິ່ງຫ່າງເຫີນ ເພາະໃນເລື່ອງການງານທີ່ເຮັດໃຫ້ບໍ່ຄ່ອຍມີເວລາໃຫ້ກັນ
ວັນເສົາ:ການງານ ຈະເຮັດສິ່ງໃດໃນຊ່ວງນີ້ກໍຈະເປັນໂຊກໄປທຸກຢ່າງ ຈະຈັບທຸລະກິດຫຍັງກໍຈະຈະເລີນຮຸ່ງເຮືອງ ປະສົບຄວາມສຳເລັດ ການເງີນ ມີໂຊກຈະໄດ້ເງີນ ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປໃນຊ່ວງນີ້ ຫາເຂົ້າມາໄດ້ຫລາຍກໍຕ້ອງຈ່າຍອອກໄປຫລາຍດ້ວຍເຊັ່ນກັນ ຄວາມຮັກ ຍັງພິນິດພິຈາລະນາຄົນໜຶ່ງຢູ່ ແຕ່ກໍຍັງມີອີກຄົົນທີ່ພະຍາຍາມທີ່ຈະເຂົ້າມາໃນຊີວິດຂອງເຈົ້າຊະຕາໃຫ້ໄດ້
ວັນອາທິດ:ການງານ ຄວາມສະຫລາດໃນເລື່ອງຂອງການເຈລະຈາຈະກໍ່ໃຫ້ເກີດ ໂອກາດ ແລະຄວາມສຳເລັດທີ່ຈະເຮັດໃຫ້ເຈົ້າຊະຕາພາກພູມໃຈໃນຕົນເອງ ການເງີນ ຊ່ວງນີ້ໃຫ້ລະວັງກ່ຽວກັບການດຶງເງີນໃນອະນາຄົດອອກມາ ໃຊ້ຈ່າຍໄປກ່ອນ ໃຫ້ວາງແຜນການໃຊ້ເງີນໃຫ້ດີ ຄວາມຮັກ ຊ່ວງນີ້ໃຫ້ລະວັງກ່ຽວກັບການດຶງເງີນໃນອະນາຄົດອອກມາ ໃຊ້ຈ່າຍໄປກ່ອນ ໃຫ້ວາງແຜນການໃຊ້ເງີນໃຫ້ດີ