ມຽນມາ ເລີ່ມສັກຢາປ້ອງກັນໂຄວິດ-19ໃຫ້ບຸກຄະລາກອນການແພດ ຕາມຂ່າວຈາກ ຢ່າງກຸ້ງ, ໃນວັນທີ27ມັງກອນນີ້,ບຸກຄະລາກອນ ທາງການແພດ ໃນມຽນມາ ເລີ່ມເຂົ້າຮັບການ ສັກຢາ ປ້ອງກັນ ໂຄວິດ-19(ວັກຊິນ) ທີ່ນະຄອນ ຫລວງ ເນປີດໍ ເປັນແຫ່ງ ທຳອິດ ຈຳນວນ3.800 ກວ່າຄົນ ເພື່ອສ້າງ ພູມຕ້ານທານ ໃຫ້ພະນັກງານ
ສາທາລະນະສຸກ ທີ່ຢູ່ແຖວໜ້າ ໃນການຮັບມື ກັບການແຜ່ລະບາດ ພະຍາດ ໂຄວິດ-19.ຂະນະທີ່ ກຸ່ມຕໍ່ໄປ ຈະເປັນ ບຸກຄະລາກອນ ການແພດ ແລະ ເຈົ້າໜ້າທີ່ ໃນສາຍ
ງານ ທີ່ກ່ຽວຂ້ອງ 25.000 ກວ່າຄົນ ໃນເມືອງ ຢ່າງກຸ້ງ ເປັນເມືອງໃຫຍ່ ທີ່ສຸດຂອງປະເທດ ຈະເລີ່ມສັກວັກຊິນ ປ້ອງກັນ ໂຄວິດ-19 ໃນມື້ອື່ນ ເຊັ່ນກັນ ຫລັງຈາກ
ມຽນມາ ໄດ້ຮັບວັກຊິນ ປ້ອງກັນ ໂຄວິດ-19 ຊຸດທຳອິດ 1,5 ລ້ານຫລອດ ຈາກທັງໝົດ 2ລ້ານກວ່າຫລອດ ຈາກອິນເດຍ ພາຍໃຕ້ ໂຄງການ ໂຄແວັກ ຂອງອົງການ ອານາໄມໂລກ./.
ຮຽບຮຽງຂ່າວໂດຍ ສະໄຫວ