ຈີນ ສັກຢາປ້ອງກັນໂຄວິດ-19ໃຫ້ປະຊາຊົນ 22 ລ້ານກວ່າຫລອດ ຕາມຂ່າວຈາກ ປັກກິ່ງ,ວັນທີ27ມັງກອນນີ້,ເຈົ້າໜ້າທີ່ ສາທາລະນະສຸກ ຂອງຈີນ ໄດ້ສັກຢາ ປ້ອງກັນໂຄວິດ-19(ວັກຊິນ)ໃຫ້ປະຊາຊົນ22,8 ລ້ານຫລອດ ແລະ ກຽມອອກ ມາດຕະການ ຮັບມືກັບ ການເດີນທາງ ຂອງປະຊາຊົນ ຈຳນວນຫລາຍ ໃນໄລຍະ ວັນພັກ ເທດສະການ ປີ
ໃໝ່ ຊາວຈີນ(ກຸດຈີນ)ໃນເດືອນໜ້າ.ຂະນະທີ່ ຈີນ ຕັ້ງເປົ້າສັກວັກຊິນໃຫ້ປະຊາຊົນ 50 ລ້ານຄົນ ກ່ອນເທດສະການ ກຸດຈີນ ຈະມາເຖິງນີ້.ສຳລັບ ໂຄງການ ສັກວັກຊິນ ທົ່ວ
ປະເທດຈີນ ໃຫ້ຄວາມສຳຄັນ ເປັນລະດັບຕົ້ນໆ ແກ່ບຸກຄະລາກອນ ທາງການແພດ ຜູ້ທີ່ກ່ຽວຂ້ອງ ໃນການບໍລິການ ຂົນສົ່ງ ແລະອາຫານ ລວມທັງລູກຈ້າງ,ນັກສຶກສາ ທີ່ຈະເດີນທາງໄປຕ່າງປະເທດ, ຜູ້ສູງອາຍຸ ແລະ ກຸ່ມຄົນອື່ນໆ ຕາມລຳດັບ./.
ຮຽບຮຽງຂ່າວໂດຍ ສະໄຫວ