ແຂວງຈຳປາສັກ ອອກແຈ້ງການ ສະບັບເລກທີ 05/ຈຂ.ຈສ, ລົງວັນທີ 26 ມັງກອນ 2021 ເລື່ອງ: ການຍົກລະດັບມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະການແກ້ໄຂການລະບາດຂອງພະຍາດໂຄວິດ -19 ຂອງແຂວງຈຳປາສັກ ໃນໄລຍະທີ່ມີປະກົດການຕິດເຊື້ອຈາກແຮງງານທີ່ເຂົ້າມາຈາກຕ່າງປະເທດ.ເຈົ້າແຂວງຈຳປາສັກຂໍຖືເປັນ
ກຽດແຈ້ງມາຍັງຫົວໜ້າຄະນະສະເພາະກິດຂັ້ນແຂວງແລະ ເຈົ້ານະຄອນປາກເຊ ແລະ ບັນດາເຈົ້າເມື່ອງທົ່ວແຂວງຈຳປາສັກ ຊາບວ່າ ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19ຮອບໃໝ່ຢູ່ບັນດາປະເທດເພື່ອນບ້ານຍັງສືບຕໍ່ລະບາດ ໃນລະດັບສູງຢ່າງຕໍ່ເນື່ອງມາຮອດວັນທີ 21 ມັງກອນ 2021 ກອງເລຂະສະເພາະປ້ອງກັນ ຄວບຄຸມ ສະ
ກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂອງແຂວງຈຳປາສັກໄດ້ມີລາຍງານມີກໍລະນີຕິດເຊື້ອພະຍາດໂຄວິດ-19 ໃໝ່ຄັ້ງທຳອິດພາຍໃນແຂວງ ຈຳນວນ 1 ກໍລະນີ ແລະ ກໍ່ໄດ້ຮັບການຢັ້ງຢືນຈາກສູນວິເຄາະ ແລະ ລະບາດວິທະຍາ ສູນກາງເປັນທີ່ຮຽບຮ້ອຍແລ້ວ ຈາກການກວດເຫັນຜູ້ຕິດເຊື້ອກໍລະນີປັດຈຸບັນ ແມ່ນລັກສະນະບໍ່ມີ
ອາການ ເຊິ່ງເຮັດໃຫ້ວຽກງານປ້ອງກັນ ຄວບຄຸມ ຍິ່ງເພີ່ມຄວາມຫຍຸ້ງຍາກສັບສົນ ມີຄວາມຮ້າຍແຮງກ່ວາເກົ່າ ລວມທັງມີການແຜ່ເຊື້ອໄວຂື້ນ ສະນັ້ນໃຫ້ຄະນະສະເພາະກິດຂັ້ນແຂວງ ປະຕິບັດຕາມມາດຕະການດັ່ງນີ້