ເກີດເຫດ ລົດໂດຍສານ ພິກຂວໍ້າຢູ່ ບຣາຊິນ ເສຍຊີວິດ 19 ຄົນ ຕາມຂ່າວສານ ຂອງປະເທດຫວຽດນາມ, ໃນວັນທີ 25 ມັງກອນ, ເຈົ້າໜ້າທີ ບຣາຊິນ ລາຍງານວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 19 ຄົນ ແລະ ບາດເຈັບ 33 ຄົນ ຈາກອຸບັດເຫດ ລົດໂດຍສານ ພິກຂວໍ້າ ຢ່າງຮຸນແຮງ ຢູ່ ລັດປາຣານ່າ ທາງພາກໃຕ້ ຂອງປະເທດ. ເຈົ້າໜ້າທີ່
ຕຳຫລວດ ຂອງລັດນີ້ ໃຫ້ຮູ້ວ່າ: ລົດໂດຍສານ ຄັນໜຶ່ງ ໄດ້ເສຍການຄວບຄຸມ ແລະ ເຮັດໃຫ້ເກີດການພິກຂວໍ້າ ລົງຮ່ອມພູ ຫ່າງຈາກ ນະຄອນຫລວງ ຂອງບຣາຊິນ 131 ກິໂລແມັດ. ສ່ວນສາເຫດ ຕົ້ນຕໍ ຂອງອຸບັດຕິເຫດ ໃນຄັ້ງນີ້ ເຈົ້າໜ້າທ່ີ ພວມສືບສວນ ສອບສວນ.
ເກີດເຫດ ລົດໂດຍສານ ພິກຂວໍ້າຢູ່ ບຣາຊິນ ເສຍຊີວິດ 19 ຄົນ
ເກີດເຫດ ລົດໂດຍສານ ພິກຂວໍ້າຢູ່ ບຣາຊິນ ເສຍຊີວິດ 19 ຄົນ