ເວັບໄຊ Metro ສຳນັກຂ່າວອັງກິດ ລາຍງານວ່າ: “ຟິລິກ ເກຣຕາຊົນ” ຊາຍຊາວໄອແລນ ອາຍຸ 48 ປີ ໄດ້ຮັບການຜ່າຕັດເພື່ອປ່ຽນແຂນ ແລະ ບ່າທັງສອງຂ້າງສຳເລັດເປັນຄົນທຳອິດຂອງໂລກ ຈາກເມື່ອ 20 ປີກ່ອນ ລາວປະສົບອຸປະຕິເຫດ ເຮັດໃຫ້ຕ້ອງເສຍແຂນທັງສອງຂ້າງໄປ.ແຕ່ບໍ່ແມ່ນເລື່ອງງ່າຍທີ່ຈະສາມາດຫາແຂນທີ່ເໝາະສົມກັບໂຕ
ຂອງລາວໄດ້ ແລະ ຫລັງຈາກຫາໄດ້ແລ້ວ ຕ້ອງໃຊ້ເວລາໃນການຜ່າຕັດປ່ຽນດົນກວ່າ 24 ຊົ່ວໂມງ ໂດຍໃຊ້ທີມແພດຜ່າຕັດທັງໝົດ 4 ທີມ ລວມທັງບຸກຄະລາກອນອີກ 50
ຊີວິດ ຢູ່ໂຮງໝໍແຫ່ງໜຶ່ງຂອງລີຍົງທາງຕອນໃຕ້ຂອງໄອແລນ ເມື່ອ 9 ວັນກ່ອນ ຫລັງຈາກຜ່າຕັດ ເກຣຕາຊົນ ຟື້ນຕົວໄດ້ດີ. ທີມແພດຫວັງວ່າລາວຈະສາມາດຟື້ນຟູຮ່າງກາຍໄດ້ ແລະ ອາດຈະສາມາດງໍຂໍ້ສອກໄດ້.