ເຖີງ: ທ່ານ ຫົວຫນ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງໃນ 10 ເມືອງທົ່ວແຂວງຫົວພັນ.
ເລື່ອງ: ປະກາດຮັບສະຫມັກພະນັກງານເຕັກນິກ ແລະ ກໍາມະກອນຮັບໃຊ້ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳຊຳ 1 A ບ້ານສົບແປນ ເມືອງ ຊໍາໃຕ້ ແຂວງຫົວພັນ.
ອີງຕາມ ກົດຫມາຍ ວ່າດ້ວຍແຮງງານ ສະບັບເລກທີ 43 /ສພຊ, ລົງວັນທີ 24 ທັນວາ 2013. – ອີງຕາມ ຂໍ້ຕົກລົງ ຂອງທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ສະບັບເລກທີ3585 /ຮສສ. ລົງວັນທີ 13 ກັນຍາ 2018 ວ່າດ້ວຍການຈັດຕັ້ງເຄື່ອນໄຫວ ຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ນະຄອນຫຼວງ.
ອີງຕາມ ຫນັງສືສະເຫນີ ຫົວຫນ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ສະບັບເລກທີ 29 /ພບ, ຫພ, ລົງວັນທີ 14ມັງກອນ 2021.
ຕ້ອງການພະນັກງານວິຊາການ, ກໍາມະການຮັບໃຊ້ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ໍາຊໍາ 1 A ບ້ານ ສົບເປນ ເມືອງ ຊໍາໃຕ້ ແຂວງຫົວພັນ.ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຂໍຖືເປັນກຽດແຈ້ງມາຍັງ ທ່ານ ຫົວຫນ້າຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມໃນ 10 ເມືອງ ທົ່ວແຂວງຊາບວ່າ:
ຈຸດບໍລິການຈັດຫາງານພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງພວກເຮົາມີຄວາມຕ້ອງການພະນັກງານວິຊາການ ແລະ ກໍາມະກອນເພື່ອສະໜອງໃຫ້ໂຄງການກໍ່ສ້າງເຄື່ອນໄຟຟ້າ ນ້ໍາຊໍາ 1 A ດັ່ງນີ້:
1.ຂັບເຄນປະຈໍທີ່03 ຕໍາແຫນ່ງ. 2. ຂັບລົດເຄນຕົ້ນເຫຼັກ ່ 03 ຕໍາແຫນ່ງ. 3. ຂັບລົດຈົກ10 ຕໍາແຫນ່ງ. 4. ຂັບລົດດ່າມ10ຕໍາແຫນ່ງ. 5.ຂັບລົດໂມ້5ຕໍາແຫນ່ງ. 6. ຂັບລົດຕັກ5ຕໍາແຫນ່ງ. 7. ຂັບລົດດຸດ5ຕໍາແຫນ່ງ. 8. ຊ່າງສ້ອມແປງ5ຕໍາແຫນ່ງ.
9.ຊ່າງຈອດ ຈອດເຫຼັກ 30ຕໍາແຫນ່ງ. 10. ກໍາມະກອນຄຸ້ມຄອງໂຮງານເບຕົງ 10ຕໍາແຫນ່ງ. 11.ກໍາມະກອນຄຸ້ມຄອງໂຮງຂົບຫີນ 10 ຕໍາແຫນ່ງ. 12.ກໍາມະກອນວຽກງານເບຕົງ 80ຕໍາແຫນ່ງ.
ເງື່ອນໄຂສະຫມັກ:
ໃບປະກາດ ຫຼື ໃບຢັ້ງຢືນ ມີປະສົບການ ທີ່ເຫມາະສົມ ກັບບັນດາຕໍາແຫນ່ງທີ່ຮັບສະຫມັກ.
ຖ້າສະຫມັກເປັນທິມງານ ແລະ ຜູ້ທີ່ຮູ້ພາສາຫວຽດນາມຈະພິຈາລະນາເປັນພິເສດ.
ມີມະນຸດສໍາພັນດີ, ມີປະຫວັດຈະແຈ້ງ.
ບໍລິສັດຈະມີເງິນເດືອນ ແລະ ນະໂຍບາຍຈໍານວນຫນື່ງຕາມລະບຽບການຂອງບໍລິສັດ ດັ່ງນັ້ນ, ຈິ່ງແຈ້ງມາຍັງຫົວຫນ້າຫ້ອງການແຮງງານ ແລະ ສະຫວັດດີສັງຄົມໃນ 10 ເມືອງທົ່ວແຂວງ ແຈ້ງຕໍ່ໃຫ້ຜູ້ ຕ້ອງການເຮັດວຽກເຂົ້າມາສະຫມັກວຽກຕາມຕໍາແຫນ່ງວ່າງຂອງບໍລິສັດມີຄວາມຕ້ອງການນີ້ດ້ວຍ
ໃຜສົນໃຈ ສາມາດຕິດຕໍ່ໂດຍກົງໄດ້ທີ່ເບີ: 0305851798 : 2055747469