ອາຊີບມາໃໝ່! ເພື່ອຄົນເຫງົາໂດຍສະເພາະ ໄດ້ເງິນດີ ຊົ່ວໂມງລະ 900,000 ກວ່າກີບ
ໃນບາງເວລາ ເຮົາພໍຕ້ອງການຄົນມາຮັບຟັງ ຍ້ອນສັງຄົມທຸກມື້ນີ້ ຄົນເຫງົາກຳລັງເພີ່ມຂຶ້ນເລື້ອຍໆ. ອາຊີບຮັບຈ້າງເປັນໝູ່ຊົ່ວຄາວ, ຍ່າງຄຽງຂ້າງ ແລະຄອຍຮັບຟັງ ຈຶ່ງໄດ້ຮັບຄວາມສົນໃຈຫຼາຍໃນປະເທດຍີ່ປຸ່ນ ວຽກນີ້, ມີລາຍລະອຽດດັ່ງນີ້:
ສາມາດຮັບຈ້າງໄປຢູ່ເປັນໝູ່ກັບລູກຄ້າໄດ້ ແຕ່ບໍ່ເຮັດຫຍັງເກີນເລີຍ! ຄືໃຫ້ຍ່າງເປັນໝູ່ລະຫວ່າງເດີນທາງ, ລໍຊື້ເຄື່ອງ, ນັ່ງກິນເຂົ້າ ຫຼື ຄອຍຮັບຟັງທຸກເລື່ອງຈາກປາກລູກຄ້າ ໂດຍບໍ່ຕັດສິນໃດໆ.
ຄິດຄ່າບໍລິການເທື່ອລະ 10,000 ເຢນ (ປະມານ 900,000 ປາຍກວ່າກີບ)
.
ອາຊີບນີ້, ຈຶ່ງເປັນອາຊີບເພື່ອຄົນເຫງົາໂດຍສະເພາະ ເໝາະສຳລັບຄົນເມືອງໃຫຍ່.
ຈາກ: ນັກທຸລະກິດ New CEO Laos