ອີກໜຶ່ງປະເດັນທີ່ສັງຄົນອອນລາຍຕິດຕາມ ແລະ ຫາຂໍ້ສະຫຼຸບ ເຊິ່ງມີສາວຜູ້ໃຊ້ເຟດບຸກຄົນໜຶ່ງຝາກເຄື່ອງແລ້ວເຄື່ອງເສຍໂພສໄວ້ແບບນີ້ວ່າ
ມາມ້າແຕ່ເຊົ້າມື້ນີ້ ປະເດັນຄືຝາກເຄື່ອງນຳແລ້ວເຄື່ອງເສຍ ເປັນຍ້ອນສາເຫດຫຍັງເຄື່ອງຢູ່ຈຸດນັ້ນແລ້ວຫາຍໄປໃສ ຄືບໍ່ໄປຕໍ່ ໃຜເອົາໄປ ມັນເສຍ ຫລືມັນຕົກຈາກລົດ ອະໄລທຳໄມ ປະມານນັ້ນ (ຮ້ານເຮົາຢາກໄດ້ເຄື່ອງຄືນ) ບໍ່ແມ່ນຈ່າຍ5ແສນລະຈົບ
ເຄື່ອງເຮົາຝາກແຕ່ທີ24 /12/ 2020ຈຳນວນເງິນແມ່ນທາງພະນັກງານເພິ່ນສົ່ງມາຖາມເຮົາເອງ ເຮົາກໍ່ແຈ້ງໄປໃຫ້ເພິ່ນ ທາງເຮົາທີ່ເປັນຜູ້ເຄື່ອງເສຍກໍ່ກຽມຂໍ້ມູນໄປແຈ້ງເສຍຫາຍນຳເຈົ້າໜ້າທີ່ແລ້ວ ສ່ວນລາວຈະວ່າເຮົາປະຈານຫລືຈັ່ງໃດແລ້ວແຕ່ຄວາມຄິດແລະມຸມມອງລາວເນາະ ລາວຈະເອົາຫາງສຽງຈາກລູກຄ້າໄປນຳໃຊ້ປັບປຸງແກ້ປັນຫາຫລືບໍ່ກໍ່ແລ້ວແຕ່ລາວ
ເພາະລາວເປັນເຈົ້າຂອງບໍລິການລາວປະຕິບັດຕໍ່ລູກຄ້າຈັ່ງໃດກໍ່ໄດ້ການຕອບຮັບຈາກລູກຄ້າຕາມນັ້ນ ເຮົາເປັນພຽງລູກຄ້າຜູ້ຫນື່ງທີ່ໃຊ້ບໍລິການ ຖ້າວ່າໂທມາລົມກັນຈົບດີເອົາຜູ້ທີ່ຕັດສິນໃຈໄດ້ແທ້ມາລົມເພື່ອໃຫ້ຄວາມໝັ້ນໃຈເຮົາຜູ້ເປັນລູກຄ້າເຄື່ອງເສຍເຮົາກໍ່ພ້ອມລົມ ເປັນຄົນລາວນຳກັນເວົ້າພາສາດຽວກັນຈິງໃຈລົມນຳກັນກໍ່ດີເລື່ອງຊ່ຳນີ້.
ລອງຕິດຕາມແລະຫາຂໍ້ສະຫຼຸບນຳກັນເບິ່ງເນາະທຸກທ່ານວ່າມັນເປັນແນວໃດແທ້
ຈາກ: Meena Psm